ໄທ: ລັດຖະມົນຕີຫຼາຍທ່ານລາອອກຈາກຕຳແໜ່ງເພື່ອສຸມໃສ່ບັ້ນຫາສຽງເລືອກຕັ້ງ

(VOVWORLD) -ວັນທີ 29 ມັງກອນ, ລັດຖະມົນຕີລັດຖະບານໄທ ຫຼາຍທ່ານໄດ້ລາອອກຈາກຕຳແໜ່ງ ເພື່ອແນໃສ່ສຸມໃສ່ບັ້ນຫາສຽງເລືອກຕັ້ງຂອງພັກ ພະລັງ ປຣະຈາຣັດ, ຂົນຂວາຍຫາສຽງເລືອກຕັ້ງໃນການເລືອກຕັ້ງທົ່ວປະເທດ ເຊິ່ງຄາດວ່າຈະດຳເນີນໃນວັນທີ 24 ມີນາ ຈະມາເຖິງ. 

ບັນດາລັດຖະມົນຕີສັງກັດ ພັກພະລັງ ປຣະຈາຣັດ ທີ່ສະໜັບສະໜູນອຳນາດການປົກຄອງການທະຫານລວມມີ: ລັດຖະມົນຕີກະຊວງອຸດສາຫະກຳ; ປະທານພັກ, ລັດຖະມົນຕີກະຊວງການຄ້າ; ເລຂາທິການໃຫຍ່ພັກ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ; ຮອງປະທານພັກ ແລະ ລັດຖະມົນຕີປະຈຳຫ້ອງວ່າການນາຍົກລັດຖະມົນຕີ. ລັດຖະມົນຕີ 4 ທ່ານດັ່ງກ່າວພວມຖືກຄວາມກົດດັນຈາກພັກຝ່າຍອື່ນທີ່ຮຽກຮ້ອງໃຫ້ເຂົາເຈົ້າຕ້ອງລາອອກຈາກຕຳແໜ່ງ, ຍ້ອນຖືວ່າເຂົາເຈົ້າມີທ່າໄດ້ປຽບທີ່ບໍ່ມີຄວາມສະເໝີພາບ ເມື່ອຂົນຂວາຍຫາສຽງເລືອກຕັ້ງໃຫ້ແກ່ການເລືອກຕັ້ງຄັ້ງຈະມາເຖິງ ຖ້າຫາກຍັງດຳລົງຕຳແໜ່ງໃນລັດຖະບານ.

        ກ່າວຄຳເຫັນຕໍ່ໜ້າວົງການນັກຂ່າວ, ທ່ານລັດຖະມົນຕີອຸດສາຫະກຳ ອຸດຕະມາ ສາວະນາຍົນ ໃຫ້ຮູ້ວ່າ, ບັນດາຂໍ້ຕົກລົງລາອອກຈາກຕຳແໜ່ງດັ່ງກ່າວໄດ້ຍົກອອກມາດ້ວຍຄວາມສະໝັກໃຈ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ທ່ານ ແລະ ບັນດາຜູ້ຮ່ວມງານຈະສະຫງວນເວລາໃຫ້ແກ່ບັ້ນຂົນຂວາຍຫາສຽງເລືອກຕັ້ງຂອງພັກ ພະລັງ ປຣະຈາຣັດ.

ຕອບກັບ

ຂ່າວ/ບົດ​ອື່ນ