ໄທ ແລະ ຈີນ ເຫັນດີຊຸກຍູ້ ການຮ່ວມມືສອງຝ່າຍ

ໄທ ແລະ ຈີນ ເຫັນດີຊຸກຍູ້ ການຮ່ວມມືສອງຝ່າຍ - ảnh 1
ທ່ານ​ນາງ​ນາຍົກລັດຖະມົນຕີ​ໄທ ຍິງ​ຮັກ ຊີນ​ນະ​ວັດ
ແລະ ທ່ານ​ນາຍົກລັດຖະມົນຕີຈີນ ​ເວີນ​ເຈຍ​ປາວ
(ພາບ: vietnamplus.vn)


(vovworld) -     ວັນ​ທີ 21/11, ທ່ານ​ນາຍົກລັດຖະມົນຕີຈີນ ​ເວີນ​ເຈຍ​ປາວ, ທີ່​ພວມ​ຢູ່​ຢ້ຽມຢາມ​​ໄທ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ນາງ​ນາຍົກລັດຖະມົນຕີ​ໄທ ຍິງ​ຮັກ ຊີນ​ນະ​ວັດ. ພາຍຫຼັງ​ການ​ເຈລະຈາ, ນາຍົກລັດຖະມົນຕີສ​ອງປະ​ເທດ ​ໄດ້​ເປັນ​ສັກຂີ​ພິຍານ​ຜູ້​ຕາງໜ້າ​ລັດຖະບານ​ສອງ​ຝ່າຍ​ລົງ​ນາມ​ບົດ​ບັນ​ທຶກ​ຊ່ວຍ​ຈຳ 4 ສະບັບ ກ່ຽວ​ກັບ​ການ​ຮ່ວມ​ມື​ສ​ອງຝ່າຍ​ເຊິ່ງລວມມີ: ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ພົວພັນ​ທາງ​ການ​ທູດ, ຂໍ້​ຕົກລົງ​ກ່ຽວ​ກັບ​ການແລກປ່ຽນ, ມອບ​ສົ່ງ​ນັກ​ໂທດ​ຖືກ​ຕັດສິນ​ລົງ​ໂທ​ດ, ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານການ​ສຶກສາ; ຂໍ້​ຕົກລົງ​ກ່ຽວ​ກັບ​ເລື່ອງ​ລັດຖະບານ​ຈີນ ຊື້​ເຂົ້າສານ​ຂອງ​ໄທ. ​ໃນ​ການ​ປະຊຸມ​ຂ່າວ​ຮ່ວມຫຼັງ​ຈາກ​ນັ້ນ, ນາຍົກລັດຖະມົນຕີ​ສອງ​ທ່ານ​​​ເຫັນ​ດີ​ຊຸກຍູ້​ການ​ຮ່ວມ​ມື​ຈີນ - ​ໄທ ນັບ​ທັງ​ທາງ​ດ້ານ​ການ​ເມືອງ, ​ເສດຖະກິດ, ສັງຄົມ ​ແລະ ປະກອບສ່ວນ​ຮັກສາ​ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ. ທ່ານ​ນາງ​ນາຍົກລັດຖະມົນຕີ​ໄທ ຍິງ​ຮັກ ​ໄດ້​ສະ​ເໜີ​ໃຫ້​ຝ່າຍ​ຈີນ ​ເພີ່ມ​ທະວີ​ການ​ລົງທຶນ​ເຂົ້າ​ໄທ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ໂຄງການເຊື່ອມ​ຕໍ່​ພາກ​ພື້ນ, ​​ໂຄງການ​ທາງລົດໄຟ​​ດ່ວນ ​ແລະ ລະບົບ​ປ້ອງ​ກັນ​ນ້ຳ​ຖ້ວມ. ທ່າ​ນນາຍົກລັດຖະມົນຕີຈີນ ​ເວີນ​ເຈຍ​ປາວ ​ໄດ້​ຢືນຢັນ​ວ່າ ຈີ​ນ ສະ​ໜັບສະ​ໜູນ​ໄທ ​ໃນ​ທຸກ​ດ້ານ​ເພື່ອ​ຮັບປະກັນ​ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ ​ເພາະ​ສອງ​ປະ​ເທດ​ແມ່ນ​ຄູ່​ຮ່ວມ​ມື ​ແລະ ​ຄູ່​ຄ້າ​ລາຍ​ໃຫຍ່​ຂອງ​ກັນ.

ຂ່າວ/ບົດ​ອື່ນ