ໄທສະໜັບສະໜູນຍີ່ປຸ່ນຮັກສາບົດບາດສາກົນໃຫຍ່ກວ່າ
ໄທສະໜັບສະໜູນຍີ່ປຸ່ນຮັກສາບົດບາດສາກົນໃຫຍ່ກວ່າ
(ພາບ: AFP/TTXVN)
(vovworld) - ທີ່ການເຈລະຈາໃນຕອນບ່າຍວັນທີ 01/05, ຢູ່ນະຄອນຫຼວງບາງກອກ ກັບຄູ່ຕຳແໜ່ງຍີ່ປຸ່ນ Fumio Kishida ທີ່ພວມຢ້ຽມຢາມໄທ ຢ່າງເປັນທາງການ, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດໄທ ດອນ ປຣະມັດວິໄນ ໃຫ້ຮູ້ວ່າ, ໄທ ສະໜັບສະໜູນຍີ່ປຸ່ນ ດຳລົງຕຳແໜ່ງປະທານກຸນບັນດາປະເທດອຸດສາຫະກຳພັດທະນາ (G 7) ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ. ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດຍີ່ປຸ່ນ Fumio Kishida ຢືນຢັນວ່າ ຍີ່ປຸ່ນ ຈະເພີ່ມທະວີການຮ່ວມມືກັບໄທ ແລະ ໜູນຊ່ວຍອາຊຽນ. 2 ຝ່າຍກໍ່ປຶກສາຫາລືບາງບັນຫາກ່ຽວກັບການປ້ອງກັນຄວາມສະຫງົບຢູ່ພາກພື້ນຄື ສະພາບການຢູ່ແຫຼມເກົາຫຼີ ແລະ ບັນດາການຂັດແຍ້ງຢູ່ທະເລຕາເວັນອອກ ກໍຄືການຮ່ວມມືເພື່ອແກ້ໄຂບັນດາບັນຫາຄວາມສະຫງົບປອດໄພສາກົນຄື ກໍ່ການຮ້າຍ, ແຜ່ຂະຫຍາຍອາວຸດນິວເຄຼຍ, ຄວາມປອດໄພໃນການເດີນທະເລ…
ວັນທີ 02/05, ທ່ານ Fumio Kishida ໄດ້ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີໄທ ພຣຸດ ຈັນໂອຈາ ແລະ ມີບົດກ່າວປາໄສກ່ຽວກັບນະໂຍບາຍສຳສັບອາຊຽນ ຂອງຍີ່ປຸ່ນ.