ໄທ:ອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດຕຳ່

ໄທ:ອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດຕຳ່ - ảnh 1
ປະຊາຊົນ​ນັບ​ລ້ານ​ຄົນ​ບໍ່​ສາມາດ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ໄດ້ ຍ້ອນ​ການ​ກີດຂວາງ​ຂອງ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ລັດຖະບານ
(ພາບ: qdnd.vn)


(vovworld) – ​ການ​ປ່ອນ​ບັດ​ເລືອກຕັ້ງ​ໃນ​ທົ່ວ​ປະ​ເທດ ​ເມື່ອ​ວັນ​ທີ 2/2 ຢູ່ ​ໄທ, ມີ​ອັດຕາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄປ​ປ່ອນ​ບັດ​​ຕຳ່​​ເພາະ​ປະຊາຊົນ​ນັບ​ລ້ານ​ຄົນ​ບໍ່​ສາມາດ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ໄດ້ ຍ້ອນ​ການ​ກີດຂວາງ​ຂອງ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ລັດຖະບານ.

        ຕາມ​ການ​ສະຖິຕິ​ບໍ່​ເປັນ​ທາງ​ການ​​​​ແລ້ວ: ອັດຕາ​ດັ່ງກ່າ​ວບັນ​ລຸ​ພຽງ 45,8% ​ໃນ​ຈຳ​ນວນ​ຜູ້​ມີ​ສິດ​ເລືອກ​ຕັ້ງທັງ​ໝົດ 44,6 ລ້ານ​ຄົນ. ທ່ານ​ເລຂາ​ຄະນະ​ກຳມະການ​ເລືອກ​ຕັ້ງ ​ໄທ (EC),  ພຸຈົງ ນຸຕຣາວົງ ​ໃຫ້​ຮູ້​ວ່າ: ອັດຕາ​ດັ່ງກ່າວ​ແມ່ນ​ບໍ່​ທັນ​ໄລ່​ຈຳນວນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່ 9 ​ແຂວງ ບ່ອນ​ທີ່​ການ​ເລ​ືອກຕັ້ງ​ຕ້ອງ​ຍຸບ​ເລີກ.

        ​ໃນ​ວັນ​​ເລືອກຕັ້ງ​ຜ່ານ​ມາ, ມີ​ບ່ອນເລືອກຕັ້ງ​ກ່ວາ 10.000 ​ແຫ່ງ​ຢູ່ 67 ສະຖານ​ທີ່​ເລືອກ​ຕັ້ງ​ຂອງ 18 ​ແຂວງ, ນະຄອນ ຢູ່​ໄທ​ບໍ່​ສາມາດ​ເປີດ​ປະຕູ​​ໄດ້ຍ້ອນ​ການ​ກີດຂວາງ​ຂອງ​ຜູ້​ແຫ່​ຂະ​ບວນປະ​ທ້ວງ ຫຼື ຂາດ​ບັດ​ເລືອກ​ຕັ້ງ ​ແລະ ພາລະ​ກອນ​ໜູ​ນຊ່ວຍ.

        ​ໃນ​ຂະນະ​ນັ້ນ, ພັກ​ປະຊາທິປັດ​ຝ່າຍ​ຄ້ານ​ຖະ​ແຫຼ​ງຈະ​ສົ່ງ​ໃບ​ຮ້ອງ​ຟ້ອງ​ເຖິງ​ສານ​ລັດຖະທຳ​ມະນູນ​ໄທ ຮຽກຮ້ອງ​ບໍ່​ຮັບ​ຮູ້​ໝາກຜົນ​ຂອງ​ການ​ເລ​ືອກຕັ້ງ, ພ້ອມ​ທັງ​ຊຸກຍູ້​ໃຫ​​້ທ່ານ​ນາງ​ນາຍົກລັດຖະມົນຕີ ​ຊົ່ວຄາວ ​ຍິ່ງ​ລັກ ຊິນ​ນະ​ວັດ ລົບ​ລ້າງ​ກົດໝາຍ​ວ່າ​ດ້ວຍ​ສະພາ​ວະສຸ​ກ​ເສີນ ທີ່​ໄດ້​ນຳ​ໃຊ້​ກ່ອນ​ທີ່​ດຳ​ເນີນການ​ເລືອກ​ຕັ້ງ.

        ຕໍ່ໜ້າ​ສະພາບ​ການ​ດັ່ງກ່າວ, ວັນ​ທີ 3/2, ອາ​ເມ​ລິ​ກາ ສະ​ແດງ​ຄວາມ​ວິຕົກ​ວັງ​ວົນ​ຕໍ່​ສະພາບ​ຄວາມ​ເຄັ່ງ​ຕຶງ​​ດ້ານ​ການ​ເມືອງ​ທີ່ພວມ​​​ເປັນການ​ທ້າ​ທາຍ​ຕໍ່​ພື້ນຖານ​ປະຊາທິປະ​ໄຕ​ຂອງ​ປະ​ເທດ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ນີ້.

 

 


ຂ່າວ/ບົດ​ອື່ນ