ໄລຍະ2016-2020,ສູ້ຊົນສອນວິຊາຊີບໃຫ້ຜູ້ອອກແຮງງານຊົນນະບົດ5,5ລ້ານຄົນ

ໄລຍະ2016-2020,ສູ້ຊົນສອນວິຊາຊີບໃຫ້ຜູ້ອອກແຮງງານຊົນນະບົດ5,5ລ້ານຄົນ - ảnh 1
(ພາບປະກອບ)

(vovworld) - ໄລຍະ 2016-2020, ຫວຽດນາມສູ້​ຊົນ​ສອນ​ວິຊາ​ຊີບ​ໃຫ້​ຜູ້​ອອກ​ແຮງ​ງານ​ຊົນນະບົດ 5,5 ລ້ານ​ຄົນ ​ໃນ​ນັ້ນ​ໜູນ​ຊ່ວຍ​ການ​ກໍ່ສ້າງ​ລະດັບ​ຊັ້ນ​ຕົ້ນ ​ແລະ ​ໄລຍະ​ຕຳ່​ກວ່າ 3 ​ເດືອນ​ໃຫ້ຜູ້​ອອກ​ແຮງ​ງານ​ປະມານ 3,2 ລ້ານ​ຄົນ. ດ້ວຍ​ຈຸດໝາຍ​ພາຍຫຼັງ​ການ​ສອນ​ວິຊາ​ຊີບ, ຈະ​ມີ 80% ຈຳນວນ​ນັກ​ຮຽນມີ​ວຽກ​ເຮັດ​ງານ​ທຳ​ໃໝ່ ຫຼື​ສືບ​ຕໍ່​ເຮັດ​ອາຊີບ​ເກົ່າ ​ແຕ່​ມີ​ສະມັດ​ຕະພາບ​ແຮງ​ງານ ​ແລະ ລາຍ​ຮັບ​ສູງ​ກວ່າ. ທ່ານ ​ເຢືອງດຶກ​ເລິນ, ຫົວໜ້າ​ກົມ​ໃຫຍ່​ສອນ​ວິຊາ​ຊີບ, ກະຊວງ​ແຮງ​ງານ ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ, ​ໃຫ້​ຮູ້​ວ່າ:

        “ປະຈຸ​ບັນ​ຜູ້​ອອກ​ແຮງ​ງານ​ຊົນນະບົດ​ກວມ​ເຖິງ 47% ຈຳນວນ​ຄົນ​ງານ​ຄວນ​ເຮັດ​ວຽກ​ໃນ​ສັງຄົມ ​ແລະ ສ່ວນ​ຫຼາຍ​ແມ່ນ​ບໍ່​ທັນ​ຜ່ານ​ການ​ກໍ່ສ້າງ​ວິຊາ​ຊີບ. ​ເພື່ອ​ເພີ່ມ​ຄວາມ​ສາມາດ​ແກ່ງ​ແຍ້​ງ, ​ພວກ​ເຮົາ​ຕ້ອງ​ກໍ່ສ້າງ​ໃຫ້​ກຳລັງ​ແຮງ​ງານ​ນີ້ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ສາມາດ​ເພີ່ມ​ສະມັດ​ຕະພາບ​ແຮງ​ງານ​ໃນ​ຂົງ​ເຂດ​ກະສິກຳ ກໍ່​ຄື​ສ້າງ​ແຫຼ່ງ​ແຮງ​ງານ​ທີ່​ເຮັດ​ວຽກ​ໃນ​ບັນດາ​ເຂດ​ອຸດສາຫະກຳ ​ແລະ ການ​ບໍລິການ
ຂ່າວ/ບົດ​ອື່ນ