ໄວຫນຸ່ມຈະປະກອບສ່ວນໃຫ້ແກ່ການພັດທະນາຂອງແຕ່ລະປະເທດ ແລະ ພົວພັນມິດຕະພາບ ຫວຽດນາມ - ຈີນ

ໄວຫນຸ່ມຈະປະກອບສ່ວນໃຫ້ແກ່ການພັດທະນາຂອງແຕ່ລະປະເທດ ແລະ ພົວພັນມິດຕະພາບ ຫວຽດນາມ - ຈີນ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ແລະ ທ່ານ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈິ້​ນ​ຜິງ ກ່າວ​ຄຳ​ເຫັນ​ທີ່​ງານ​
ພົບ​ປະ​ມິດ​ຕະ​ພາບ ຊາວ​ຫນຸ່ມ ຫວຽດ​ນາມ - ຈີນ​ຄັ້ງ​ທີ 15

(vovworld)- ຕອນ​ບ່າຍ​ວັນ​ທີ 7/4, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ແລະ ທ່ານ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈິ້​ນ​ຜິງ ໄດ້​ພົບ​ປະ​ ແລະ ກ່າວ​ຄຳ​ເຫັນ​ກັບ​ຊາວ​ຫນຸ່ມ​ສອງ​ປະ​ເທດ ​ຫວຽດ​ນາມ ແລະ ຈີນ ທີ່ເຂົ້າ​ຮ່ວມງານ​ພົບ​ປະ​ມິດ​ຕະ​ພາບ ຊາວ​ຫນຸ່ມ ຫວຽດ​ນາມ - ຈີນ​ຄັ້ງ​ທີ 15. ເລ​ຂາ​ທິ​ການ​ໃຫຍ່ ທັງ​ສອງ​ທ່ານ ​ປາດ​ຖະ​ຫນາ​ວ່າ ໄວ​ຫນຸ່ມ​ສອງ​ປະ​ເທດ ຈະ​ມີ​ການ​ປະ​ກ​ອບ​ສ່ວນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ແຕ່​ລະ​ປະ​ເທດ ແລະ ​ການ​ພົ​ວ​ພັນ​ມິດ​ຕະ​ພາບ ຫວຽດ​ນາມ - ຈີນ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ,  ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງເນັ້ນ​ຫນັກ​ເຖິງ​ມູນ​ເຊື້ອ​ການ​ພົວ​ພັນ​ທັງ​ເປັນ​ເພື່ອ​ນ​ມິດ​ສະ​ຫາຍ ທັງ​ເປັນ​ອ້າຍ​ນ້ອງ ລະ​ຫວ່າງ​ສອງ​ພັກ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ.

        “ຂ້າ​ພະ​ເຈົ້າ​ປາດ​ຖະ​ຫນາ​ວ່າ ຊາວ​ຫນຸ່ມ ສອງ​ປະ​ເທດ ຈະ​ສືບ​ຕໍ່​ຊຸກ​ຍູ້​ບັນ​ດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ ແລະ ກາ​ນ​ຮ່ວມ​ມື​ຢ່າງ​ແທດ​ຈິງ ເພື່ອ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ, ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ ແລະ​ກັນ, ຊ່ວຍ​ເຫລືອ​ກັນພ້ອມ​ກັນ​ກ້າວ​ຫນ້າ, ພະ​ຍາ​ຍາມ​ໃນ​ການ​ຮ່ຳ​ຮຽນ, ອອກ​ແຮງ​ງານ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ​ຝຶກ​ຝົນ​ຫລໍ່​ຫລອມ, ກໍ່ຮ່າງ​ສ້າງ​ຕົວ, ປະ​ຈັນ​ບານ ອາ​ສາ​ສະ​ໝັກ ປະ​ກອບ​ສ່ວນ​ຢ່າງ​ເໝາະ​ສົມ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ແຕ່​ລ​ປະ​ເທດ ແລະ ການ​ພົວ​ພັນ​ມິດ​ຕະ​ພາບ ຫວຽດ​ນາມ - ຈີນ.”

        ສ່ວນ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈິ້​ນ​ຜິງ ຫວັງ​ວ່າ ຊາວ​ຫນຸ່ມ​ສອງ​ປະ​ເທດ ຍາມ​ໃດ​ກໍ​ ​ເຄົາ​ລົບ​ນັບ​ຖື, ຊຸກ​ຍູ້ ແລະ ເຮັດ​ໃຫ້ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ພັດ​ທະ​ນາ​ອັນ​ດີ​ງາມ, ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ກັນລະ​ຫວ່າງປະ​ຊາ​ຊົນ​ສອງ​ປະ​ເທດ ຫວຽດ​ນາມ ແລະ ຈີນ ​ ​ຢ່າງບໍ່​ຢຸດຢັ້ງ.

 

ຂ່າວ/ບົດ​ອື່ນ