ກອງທັບແດງໂຊຫວຽດ |
(vovworld)- ບັນດາໜັງສືພິມໃຫຍ່ຂອງຫວຽດນາມສະບັບອອກວັນທີ 9/5 ໄດ້ລົງພິມຫຼາຍຂ່າວ ແລະ ບົດ ພ້ອມດ້ວຍຮູບກ່ຽວກັບເຫດການ 70 ປີແຫ່ງວັນໄຊຊະນະຟາດຊິດ. ບົດຂຽນທີ່ລົງພິມໃນໜັງສືພິມ ເຍີນເຢີນ ສະບັບອອກວັນທີ 9/5 ໄດ້ລົງພິມບົດຮວບຮ່ວມ “ສຽງກ້ອງກັງວານແຫ່ງບົດເພງວິລະຊົນ ສຕາລິນກາດ” ໃນນັ້ນ, ໄດ້ທົບທວນຄືນບັນດາຫຼັກໝາຍປະຫວັດສາດເປັນໜ້າຈົດຈຳໃນການບຸກໂຈມຕີ ສຕາລິນກາດ. ພ້ອມກັນນັ້ນ ກໍມີບົດວິຈານດ້ວຍຫົວຂໍ້ “ ໄຊຊະນະຂອງກອງທັບແດງໂຊຫວຽດ ແລະ ກາລະໂອກາດຂອງການປະຕິວັດຫວຽດນາມ, ໃນນັ້ນ ໄດ້ຢືນຢັນວ່າ ການປະຕິວັດເດືອນຕຸລາລັດເຊຍໄດ້ຢັ້ງຢືນວ່າ ບັນດາຜູ້ຖືກກົດຂີ່ຂຸດຮີດ ມີຄວາມສາມາດໂຄນລົ້ມແອກຄອບຄອງ, ສາມາດສ້າງສັງຄົມໃໝ່ດ້ວຍຕົນເອງ ”