ໜູນຊ່ວຍ ແຮງງານຫວຽດນາມໄປເຮັດວຽກຢູ່ຕ່າງປະເທດໃຫ້ດີທີ່ສຸດ

(VOVWORLD) -ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XIV, ຕອນບ່າຍວັນທີ 21 ພຶດສະພາ, ທ່ານດ່າວງັອກຢຸງ ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ກ່າວໃບສະເໜີກ່ຽວກັບຮ່າງກົດໝາຍວ່າດ້ວຍຜູ້ອອກແຮງງານຫວຽດນາມໄປເຮັດວຽກຢູ່ຕ່າງປະເທດຕາມສັນຍາ (ສະບັບປັບປຸງ).

ໜູນຊ່ວຍ ແຮງງານຫວຽດນາມໄປເຮັດວຽກຢູ່ຕ່າງປະເທດໃຫ້ດີທີ່ສຸດ - ảnh 1ທ່ານດ່າວງັອກຢຸງ ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ

(ພາບ: Quochoi.vn) 

ເປົ້າໝາຍຂອງການປັບປຸງກົດໝາຍແມ່ນເພື່ອແນໃສ່: ແກ້ໄຂບັນດາຂໍ້ຕິດຂັດ,ຄົງຄ້າງ ຈາກສະພາບການຕົວຈິງໃນການປະຕິບັດ ພາຍຫຼັງນຳໃຊ້ຕົວຈິງ ມາເປັນເວລາເກືອບ 13 ປີ, ດັດປັບບັນດາບັນຫາໃໝ່ທີ່ເກີດຈາກການເຄື່ອນໄຫວຕົວຈິງຂອງຜູ້ອອກແຮງງານຫວຽດນາມ ທີ່ໄປເຮັດວຽກຢູ່ຕ່າງປະເທດໃນສະພາບມີການກະທົບຈາກການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ຄ້ມຄອງບັນຫາອົບພະຍົບ, ການເຄື່ອນຍ້າຍຂອງແຮງງານສາກົນ, ພັດທະນາວຽກເຮັດງານທຳຢູ່ຕ່າງປະເທດ ແລະ ປົກປ້ອງສິດໃນການເຮັດວຽກຂອງພົນລະເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ