ການ​ກະ​ຈາຍ​ສຽງ ແລະ ພາ​ລະ​ກຳ​ຖະ​ແຫຼງ​ຂ່າວ​ຮັບ​ໃຊ້​ການ​ພັດ​ທະ​ນາ​ລວມ​ຂອງ​ສັງ​ຄົມ

(VOVWORLD) - ງານປະກວດກະຈາຍສຽງທົ່ວປະເທດຄັ້ງທີ 16 ປີ 2024 ພວມຈັດຂຶ້ນຢູ່ແຂວງແທັງຮວາ (ແຕ່ວັນທີ 9-14 ກໍລະກົດ) ໄດ້ດຶງດູດຄວາມສົນໃຈຈາກບັນດານັກຂ່າວກະຈາຍສຽງຢູ່ ຫວຽດນາມ. ການເຂົ້າຮ່ວມເປັນຈຳນວນຫຼາຍ ຂອງຜູ້ຕາງໜ້າບັນດາວິທະຍຸ-ໂທລະພາບທົ່ວປະເທດ ສະແດງໃຫ້ເຫັນວ່າ ໃນຍຸກສື່ມວນຊົນຫຼາຍປະເພດ ດ້້ວຍການປະກົດຂອງຫຼາຍປະເພດໃໝ່ຄືໃນປະຈຸບັນ, ການກະຈາຍສຽງຍັງສະແດງຄວາມສຳຄັນຂອງຕົນ ຂະນະທີ່ແມ່ນພາຫະນະທີ່ສາມາດໃຫ້ຂໍ້ມູນຂ່າວໄປຍັງຜູ້ຟັງນັບລ້ານຄົນຢູ່ໃນທຸກບ່ອນທຸກເວລາຢ່າງໄວວາທີ່ສຸດ.
ການ​ກະ​ຈາຍ​ສຽງ ແລະ ພາ​ລະ​ກຳ​ຖະ​ແຫຼງ​ຂ່າວ​ຮັບ​ໃຊ້​ການ​ພັດ​ທະ​ນາ​ລວມ​ຂອງ​ສັງ​ຄົມ - ảnh 1 ງານປະກວດກະຈາຍສຽງທົ່ວປະເທດຄັ້ງທີ 16 ປີ 2024 ພວມຈັດຂຶ້ນຢູ່ແຂວງແທັງຮວາ (ພາບປະກອບ: VOV)

     ດ້ວຍເລື່ອງໄດ້ຮັບການລົງທຶນເຄື່ອງອຸປະກອນທີ່ທັນສະໄໝ, ສະມັດຕະພາບອອກອາກາດໃຫ່ຍຫຼວງ, ປະຈຸບັນ, ຄື້ນກະຈາຍສຽງໄດ້ປົກຄຸມກ່ວາ 90% ເຂດດິນແດນ ຫວຽດນາມ, ຊື່ງໄດ້ຊ່ວຍບັນດາຜູ້ຟັງຢູ່ທຸກເຂດພາກ ສາມາດຮັບຟັງບັນດາລາຍການກະຈາຍສຽງ ດ້ວຍຄຸນນະພາບສຽງທີ່ດີທີ່ສຸດ.

ຄື້ນກະຈາຍສຽງໄດ້ໄປຮອດເຂດຫ່າງໄກສອກຫລີກ, ເຂດພູດອຍ, ໝູ່ເກາະ

   ການເປີດກ້ວາງຄື້ນໄປຮອດບັນດາເຂດຫ່າງໄກສອກຫລີກ, ເຂດພູດອຍ, ເຂດຊາຍແດນ, ໝູ່ເກາະ ແມ່ນໜຶ່ງໃນບັນດາບຸລິມະສິດ ທີ່ໄດ້ຮັບຄວາມເອົາໃຈໃສ່ ແລະ ຕັ້ງໜ້າລົງທຶນຈາກພັກ, ລັດ ຫວຽດນາມ. ສິ່ງດັ່ງກ່າວໄດ້ສະແດງຜ່ານການພັດທະນາບັນດາລາຍການກະຈາຍສຽງ ສະຫງວນໃຫ້ແກ່ບັນດາເປົ້າໝາຍຜູ້ຟັງຢູ່ເຂດນີ້, ພິເສດແມ່ນການເປີດບັນດາຊ່ອງກະຈາຍສຽງສະເພາະ ໃນຄື້ນຂອງວິທະຍຸກະຈາຍສຽງ ຫວຽດນາມ (VOV). ທ່ານຮອງສາດສະດາຈານ, ປະລິນຍາເອກ ນາງ ບວນກຼົງ ຕວຽດຍຸງ ຮອງຜູ້ອຳນວຍການສູນວິທະຍາສາດ ແລະ ສັງຄົມ ແລະ ມະນຸດສາດ, ມະຫາວິທະຍາໄລ ໄຕງວຽນ ຖືວ່າ:

    ຜ່ານການຖະແຫຼງຂ່າວດ້ວຍພາສາແມ່ໃນຄຶ້ນຂອງວິທະຍຸກະຈາຍສຽງ ຫວຽດນາມ, ປຊຊ ນັບມື້ນັບໄດ້ຍົກສູງຄຸນນະພາບການດຳລົງຊີວິດຂອງຕົນ ຜ່ານການຮັບບັນດານະໂຍບາຍ, ແຜນນະໂຍບາຍຂອງພັກ ແລະ ລັດ. ເນື້ອໃນກ່ວາ 75% ມີປະສິດທິຜົນ ໄດ້ສົ່ງຜົນກະທົບເຖິງສະຕິຄວາມຮັບຮູ້ ກໍ່ຄືການເຄື່ອນໄຫວດຳເນີນຊີວິດດ້ານວັດທະນະທຳໃນຊີວິດປະຈຳວັນ, ໃນນັ້ນ ມີການເສີມຂະຫຍາຍວັດທະນະທຳທ້ອງຖິ່ນ.

     ພ້ອມກັບການປົກຄຸມຄື້ນໃນເຂດດິນຕໍ່ແຜ່ນ, ວິທະຍຸກະຈາຍສຽງ ຫວຽດນາມ ຍັງເປີດກ້ວາງຄື້ນໄປຍັງເຂດທະເລ ແລະ ໝູ່ເກາະຂອງປະເທດຊາດ. ແຕ່ກາງເດືອນມິຖຸນາປີ 2023, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ເປີດສະຫຼອງສະຖານີອອກອາກາດເຂດທາງທິດໃຕ້ຂອງພາກກາງ ຫວຽດນາມ ຊື່ງແມ່ນໜຶ່ງໃນບັນດາສະຖານີອອກອາກາດຈຸດສຸມແຫ່ງຊາດ, ໄດ້ອອກອາກາດຢ່າງຕໍ່ເນື່ອງບັນດາລາຍການກະຈາຍສຽງໃນຊ່ອງຂ່າວສະຖານະການ (VOV1) ແລະ ຊອ່ງຂ່າວດ້ວຍພາສາຕ່າງປະເທດ (VOV5)  ເພື່ອສະໜອງຂໍ້ມູນຂ່າວການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ ໄປຍັງຜູ້ຟັງເປັນຈຳນວນຫຼາຍຢູ່ບັນດາແຂວງແຄມທະເລທາງທິດໃຕ້ຂອງພາກກາງ, ປຊຊ, ນັກຮົບເຄື່ອນໄຫວໃນເຂດທະເລໝູ່ເກາະ ເຈື່ອງຊາ ຂອງ ຫວຽດນາມ ແລະ ບັນດາລູກເຮືອຕ່າງປະເທດໃນບັນດາກຳປັ່ນສາກົນ. ທ່ານນາງ ຈາມາເລ ທິຖຸຍ ສສຊ ຊຸດທີ 15 ແຂວງ ນິງທ້ວນ ຖືວ່າ:

    ປຊຊ ມີຄວາມປິຕິຊົມຊື່ນຍ້ອນວ່າ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ເປີດສະຫຼອງສະຖານີອອກອາກາດຢູ່ເຂດທາງທິດໃຕ້ຂອງພາກກາງ ຊື່ງຈະປະກອບສ່ວນສົ່ງຂໍ້ມູນຂ່າວທີ່ໃໝ່ຂອງພັກ ແລະ ລັດ ໄປຍັງ ປຊຊ ເຂດທະເລ ນິງທ້ວນ ເວົ້າສະເພາະ ກໍ່ຄື ປຊຊ ເຂດທາງທິດໃຕ້ພາກກາງ ເວົ້າລວມ ຢ່າງໄວວາກ່ວາ ກໍ່ຄືເພື່ອໃຫ້ ປຊຊ ກຳແໜ້ນບັນດາແຜນນະໂຍບາຍຂອງພັກ, ນະໂຍບາຍຂອງລັດ ແລະ ປະຕິບັດໃຫ້ເໝາະສົມ ແລະ ພິເສດກ່ວາ ນັ້ນແມ່ນ ຊ່ວຍໃຫ້ຊາວປະມົງ ຮູ້ຈັກຂ່າວຄາວຢ່າງທັນການ ສາມາດຕິດພັນກັບເຂດທະເລຂອງປະເທດຊາດ.

ເພື່ອໃຫ້ຄື້ນຂອງວິທະຍຸສາມາດໄປໄກກ່ວາ

       ໃນຊຸມປີຜ່ານມາ, ໄປຄຽງຄູ່ກັບເລື່ອງເພີ່ມຄື້ນກະຈາຍສຽງຢູ່ພາຍໃນປະເທດ (VOV1, VOV2, VOV3, VOV4) ແລະ ອອກອາກາດໄປຍັງຕ່າງປະເທດ (VOV5)  ນັ້ນ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ ແລະ ພວມປ່ຽນໃໝ່ຢ່າງບໍ່ຢຸດຢັ້ງ, ໂດຍສະເພາະແມ່ນການຫັນເປັນດີຈີຕອນ ໃນການກະຈາຍສຽງ, ເພື່ອນຳຄື້ນຂອງວິທະຍຸ ນັບມື້ນັບສຳຜັດກັບຜູ້ຟັງໄດ້ຫຼາຍກ່ວາ. ປະຈຸບັນ, ບັນດາລາຍການຂອງວິທະຍຸກະຈາຍສຽງ ຫວຽດນາມ ບໍ່ພຽງແຕ່ໄດ້ອອກອາກາດໃນຄື້ນກະຈາຍສຽງເທົ່ານັ້ນ, ຫາກຍັງໄດ້ເອົາລົງໃນເວັບໄຊ (VOV.VN), ຜ່ານສື່ສັງຄົມຕ່າງໆ (ຄື Facebook, Youtube, Spotify, Podcast)  ແລະ ໂປຼເກຼມໂດຍ VOV ຄົ້ນຄ້ວາ ແລະ ພັດທະນາ (ຄື VTC Now, VOV Media, VOV Live) ອີກດ້ວຍ. ທ່ານ ໂດ້ຕຽນຊີ ຜູ້ອຳນວຍການໃຫ່ຍ ວິທະຍຸກະຈາຍສຽງ ຫວຽດນາມ ເນັ້ນໜັກວ່າ:

   ພວກຂ້າພະເຈົ້າຍາມໃດກໍ່ກຳນົດວ່າ ການປ່ຽນແປງແມ່ນປັດໄຈເປັນຕາຍ ແລະ ໄດ້ເພີ່ມການສຳຜັດຢ່າງບໍ່ຢຸດຢັ້ງ ເພື່ອຫຍັບມໍ່ເຂົ້າກັບຜູ້ຟັງ, ຜູ້ອ່ານກ່ວາອີກ. ບັນດາໂປຼແກຼມສື່ມວນຊົນຫຼາຍປະເພດໄດ້ປະກົດຂຶ້ນ ເພື່ອແນໃສ່ຍົກສູງຄຸນນະພາບຂອງລາຍການກະຈາຍສຽງກ່ວາອີກ.

    ງານປະກວດກະຈາຍສຽງທົ່ວປະເທດຄັ້ງທີ 16 ປີ 2024 ດ້ວຍຫົວຂໍ້ “ການກະຈາຍສຽງ ຫວຽດນາມ ມີຫຼາຍຮູບຫຼາຍແບບ ໃນການຫັນເປັນດີຈີຕອນ” ແມ່ນການສືບຕໍ່ບົດບາດນຳໜ້າຂອງ ວິທະຍຸກະຈາຍສຽງ ຫວຽດນາມ ໃນພາລະກຳ ພັດທະນາຂົງເຂດກະຈາຍສຽງ. ຍາມໃດ ວິທະຍຸກະຈາຍສຽງ ຫວຽດນາມ ກໍ່ມານະພະຍາຍາມ ເພື່ອຮ່ວມເດີນທາງພ້ອມກັນນັກຂ່າວກະຈາຍສຽງແຕ່ລະຄົນ ໃນວິວັດການຝຶກຝົນຫຼໍ່ຫຼອມ ແລະ ກ້າວໜ້າ; ຮ່ວມເດີນທາງພ້ອມກັບບັນດາອົງການ, ຫົວໜ່ວຍ ເພື່ອອັບເດດບັນດາເຕັກໂນໂລຊີ, ວິທີການຜະລິດ, ອອກອາກາດບັນດາຜົນງານຢ່າງມີປະສິດທິຜົນທີ່ສຸດ, ກໍ່ຄືແມ່ນຂົວຕໍ່ລະຫວ່າງ ຜູ້ຟັງ, ຜູ້ອ່ານຢູ່ພາຍໃນ ແລະ ຕ່າງປະເທດ./.

         

ຕອບກັບ

ຂ່າວ/ບົດ​ອື່ນ