ກ່ວາ 200 ຄົນເສຍຊີວິດ ແລະ ຖືກບາດເຈັບໃນເຫດວາງລະເບີດຄັ້ງຕ່າງໆ ຢູ່ Iraq

ກ່ວາ 200 ຄົນເສຍຊີວິດ ແລະ ຖືກບາດເຈັບໃນເຫດວາງລະເບີດຄັ້ງຕ່າງໆ ຢູ່ Iraq - ảnh 1
ພາບປະກອບ

(vovworld) - ວັນ​ທີ 20/3, ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ​ສຸດ 43 ຄົນ ​ແລະ ມີຜູ້​ຖືກ​ບາດ​ເຈັບປະມານ 200 ຄົນ​ໃນ​ເຫດ​ວາງ​ລະ​ເບີດຄັ້ງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ Iraq. ​1 ​ໃນ ບັນດາ​ການ​ບຸກ​ໂຈມ​ຕີ​ທີ່​ນອງ​ເລືອດ​ທີ່​ສຸດ​ເມື່ອ​ວັນ​ທີ 20/3 ຢູ່​ນະຄອນ​ແຫ່ງ​ສັກສິດ​ຂອງ​ຊາວ​ອິດສະ​ລາມນິກາຍ Shiite Karbala, ​​ໄດ້​ເກີດ​ຂຶ້ນເມື່ອ​ລະ​ເບີດ 2 ລູກ​​ໄດ້ລະ​ເບີດ​​ໃນ​ພາບ​ດຽວ​ຢູ່​ມໍ່​ກັບ​ປ້ອມ​ຕຳຫຼວດ​ແຫ່ງ​ໜຶ່ງ, ​ເຮັດ​​ໃຫ້​ຢ່າງ​ໜ້ອຍ​ສຸດມີ 13 ຄົນ​ເສຍ​ຊີວິດ​ ​ແລະ 38 ຄົນ​ຖືກ​ບາດ​ເຈັບ. ​ໃນ​ຂະນະ​ນັ້ນ, ມີ​ເຫດ​ບຸກ​ໂຈມ​ຕີ​ຢ່າງ​ນອງ​ເລືອກ​ອື່ນ​ໄດ້ເກີດ​ຂຶ້ນ​ຢູ່​ນະຄອນ Kirkuk ​ເພື່ອ​ແນ​ໃສ່​ສຳນັກງານ​ຕຳຫຼວດ​ແຫ່ງ​ໜຶ່ງ, ​ເຮັດ​ໃຫ້​ຕຳຫຼວດ ​ແລະ ສາ​ມັນ​ຊົນ 10 ຄົ​ນ​ເສຍ​ຊີວິດ ​ແລະ 42 ຄົນ​ຖືກ​ບາດ​ເຈັບ. ​ແລະກໍ​ຢູ່​ທິດ​​ໃຕ້​ຂອງ​ນະຄອນ​ນີ້, ມີ​ເຫດ​ວາງ​ລະ​ເບີດ​ທີ່ 3 ​​ເກີດ​ຂຶ້ນເຮັດ​​ໃຫ້ສາມັນ​ຊົນ 10 ຄົນ​ຖືກ​ບາດ​ເຈັບ. ສ່ວນຢູ່​ນະຄອນຫຼວງ Baghdad, ​​ໄດ້ເກີດ​ເຫດ​ວາງ​ລະ​ເບີດ 2 ຄັ້ງ​ເຮັດ​ໃຫ້ 8 ຄົນ​ເສຍ​ຊີວິດ ​ແລະ ​ເກືອບ 40 ຄົນ​ຖືກ​ບາດ​ເຈັບ.

ຂ່າວ/ບົດ​ອື່ນ