ທ່ານນາງ ຮອງປະທານປະເທດ ຫວຽດນາມ ຫວໍທິແອງຊວນ ເຂົ້າຮ່ວມເວທີປາໄສ ແມ່ຍິງ ອາຊີ - ເອີລົບ ຄັ້ງທີ IV

(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານປະທານ ສະພາສູງ ສະຫະພັນ ລັດເຊຍ Valentina Matvienko, ວັນທີ 18 ກັນຍາ, ທ່ານນາງ ຮອງປະທານປະເທດ ຫວຽດນາມ ຫວໍທິແອງຊວນ ໄດ້ເຂົ້າຮ່ວມເວທີປາໄສ ແມ່ຍິງ ອາຊີ - ເອີລົບ ຄັ້ງທີ IV.
ທ່ານນາງ ຮອງປະທານປະເທດ ຫວຽດນາມ  ຫວໍທິແອງຊວນ ເຂົ້າຮ່ວມເວທີປາໄສ ແມ່ຍິງ ອາຊີ - ເອີລົບ ຄັ້ງທີ IV - ảnh 1ທ່ານນາງຮອງປະທານປະເທດ ຫວຽດນາມ ກ່າວຄຳເຫັນທີ່ເວທີປາໄສ. Cພາບ: Bo ngoaigiao)

ທ່ານນາງຮອງປະທານປະເທດ ຫວຽດນາມ ໄດ້ຕີລາຄາສູງບົດບາດ ແລະ ການປະກອບສ່ວນຢ່າງຕັ້ງຫນ້າຂອງເວທີປາໄສ ແມ່ຍິງ ອາຊີ -ເອີລົບ ແລະ ຖືນີ້ ແມ່ນບ່ອນແລກປ່ຽນ, ແບ່ງປັນ ກ່ຽວກັບບັນດາກົນໄກ, ສິ່ງທ້າທາຍ ແລະມາດຕະການເພື່ອແນໃສ່ຍົກສູງບົດບາດຂອງແມ່ຍິງ ໃນທຸກຂົງເຂດຂອງຊີວິດສັງຄົມ. ທ່ານນາງຮອງປະທານປະເທດ ຢັ້ງຢືນວ່າ: ໄລຍະຜ່ານມາ ຫວຽດນາມ ບັນລຸໄດ້ຫລາຍຜົນງານກ່ຽວກັບການພັດທະນາເສດຖະກິດ - ສັງຄົມ, ຖານະບົດບາດຂອງ ຫວຽດນາມ ໃນເວທີສາກົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ, ໃນນັ້ນ ມີຜົນງານກ່ຽວກັບການຮັບປະກັນ ແລະ ປະຕິບັດຄວາມສະເຫມີພາບ ລະຫວ່າງ ຍິງ - ຊາຍແລະ ມອບສິດໃຫ້ແກ່ແມ່ຍິງ; ບົດບາດ ແລະ ຖານະຕຳແຫນ່ງຂອງແມ່ຍິງ ຫວຽດນາມ ໄດ້ຮັບການຍົກສູງຢ່າງເຫັນໄດ້ຊັດຢູ່ທຸກຂົງເຂດຂອງຊີວິດສັງຄົມ ເປັນຕົ້ນແມ່ນຂົງເຂດການເມືອງ, ເສດຖະກິດ. ຫວຽດນາມ ໃຫ້ຄຳໝັ້ນສັນຍາ ສືບຕໍ່ສະຫນັບສະຫນູນການພັດທະນາຂອງແມ່ຍິງ, ສ້າງກາລະໂອກາດໃຫ້ແກ່ແມ່ຍິງ ໄດ້ເຂົ້າເຖິງທ່າອ່ຽງຕັ້ງຫນ້າຂອງຍຸກສະໄຫມ ແລະປະກອບສ່ວນນັບມື້ນັບຫລາຍກວ່າໃຫ້ແກ່ບັນດາເປົ້າໝາຍອັນສູງສົ່ງ ຊື່ງ ສປຊ ໄດ້ວາງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ