ກອງປະຊຸມໃຫຍ່ສະມາ ຄົມນັກຮົບເກົ່າ ທົ່ວປະເທດຄັ້ງທີ 5

ກອງປະຊຸມໃຫຍ່ສະມາ ຄົມນັກຮົບເກົ່າ ທົ່ວປະເທດຄັ້ງທີ 5 - ảnh 1
ກອງ​ປະຊຸມ​​ໃຫຍ່​ສະມາຄົມ​ນັກຮົບ​ເກົ່າ​ທົ່ວ​ປະ​ເທດ​ຄັ້ງ​ທີ 5
(ພາບ: TTXVN)


(vovworld) -     ວັນ​ທີ 19/12, ກອງ​ປະຊຸມ​​ໃຫຍ່​​ສະມາຄົມ​ນັກຮົບ​ເກົ່າ​ທົ່ວ​ປະ​ເທດ​ຄັ້ງ​ທີ 5 ສືບ​ຕໍ່​ປຶກສາ​ຫາລື​ກ່ຽວ​ກັບ​ວຽກງານ​ບຸກຄະລາ​ກອນ ​ແລະ ດຳ​ເນີນ​ການ​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ​ສູນ​ກາງສະມາຄົມຊຸດ​ທີ 5, ອາຍຸ​ການ 2012 – 2017. ໃນມື້​ເຮັດ​ວຽກ​ທີ 2,  ​ ກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ສະມາຄົມນັກຮົບເກົ່າຫວຽດນາມ ຄັ້ງທີ 5 ​ໄດ້​​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ທິດ​ທາງ​ໜ້າ​ທີ່​ໃນ​ອາຍຸ​ການ​ຕໍ່​ໄປ. ຕາມ​ບັນດາ​ຜູ້​ແທນ​ແລ້ວ,​​ໃນ​ອາຍຸ​ການ​ທີ 4, ສະມາຄົມ​ໄດ້​ປະຕິບັດ​ໜ້າທີ່​ການ​ເມືອງ​ເປັນ​ຢ່າງ​ດີ, ກໍ່ສ້າງ​ສະມາຄົມໂປ່ງ​ໃສ-ໝັ້ນຄົງເຂັ້ມແຂງຢ່າງ​ແທ້​ຈິງ. ​ເພື່ອ​ປະຕິບັດ​ວຽກ​ງານ​ພະນັກງານ​ສະມາຄົມ​ເປັນ​ຢ່າງ​ດີ​ໃນ​ອາຍຸ​ການ​ທີ່​ຈະ​ມາ​ເຖິງ, ທ່ານ​ຫງວຽນ​ວັນ​ຮວານ ປະທານ​ສະມາຄົມ​ນັກຮົບ​ເກົ່າ​ແຂວງ​ນາມ​ດິ້ງ ຖື​ວ່າ:

   “​ໃນ​ໄລຍະ​ຈະ​ມາ​ເຖິງ, ສະມາຄົມ​ນັກຮົບ​ເກົ່າ​ຕ້ອງ​ເພີ່ມ​ທະວີ​ວຽກ​ງານ​ສຶກສາ​ອົບຮົມ​ດ້ານ​ການ​ເມືອງ​ແນວ​ຄິດ, ກຳນົດ​ທິດ​​ໃຫ້ພະນັກງານ, ສະມາຊິກ​ສະມາຄົມ​ເພື່ອ​ຮັກສາ​ຄຸນ​ນະ​ທາດ​ດ້ານ​ການ​ເມືອງ. ຕ້ອງ​ມີ​ການ​ສຶກສາ​ອົບຮົມ​ເປັນ​ປະຈຳ, ​ເລິກ​ເຊີ່ງ​ກ້ວາງ​ຂວາງ ​ແລະ ​ເຖິງ​ຖອງ“.

  ກ່ອນໜ້ານັ້ນ, ໃນ​ພິທີ່​ໄຂ​ກອງ​ປະຊຸມ​ໃຫຍ່ ​ເມື່ອ​ວັນ​ທີ 18/12, ທ່ານ​ເລຂາທິການ​​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ເນັ້ນ​ໜັກ​ວ່າ.

“ດ້ວຍ​ຄວາມ​ສຸດ​ຈິດ​ສຸດ​ໃຈ ​ແລະ ອິດ​ທິພົນ​ຊື່​ສຽງ​ຂອງ​ຕົນ, ບັນດາ​ອະດີດ​ນັກຮົບ​ເກົ່າ ​ແລະ ສະມາຄົມ​ອະດີດ​ນັກຮົບ​ເກົ່າ​​ມີ​ເງື່ອນ​ໄຂ, ທີ່​ຕັ້ງຫຼາຍ​ຢ່າງເພື່ອ​ພ້ອມ​ກັບ​ຄະນະ​ຊາວ​ໜຸ່ມ​ຊ່ວຍ​ພັກ​ສຶກສາ, ບຳລຸງ​ສ້າງ​ລຸມໜຸ່ມ​ຢ່າງ​ລວງ​ເລິກ, ມີ​ປະສິດທິ​ຜົນ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ວຽກ​ງານ​ສຶກສາໂຄສະນາ​ມູນ​ເຊື້ອ, ສຶກສາ​ລັດທິ​ວິລະ​ຊົນ​ປະຕິວັດ, ຖ່າຍ​ທອດບົດຮຽນ​ໃຫ້​ລຸ້ມໜຸ່ມ​. ຫວັງ​ວ່າ ບັນດາ​ສະ​ຫານ​ຖື​ວ່າ ນີ້​ແມ່ນ​ໜ້າ​ທີ່​ສຳຄັນ​ຂອງ​ສະມາຄົມ, ທັງ​ແມ່ນຄວາມຮັບຜິດຊອບ, ທັງ​ແມ່ນ​ອາລົມ​ຈິດ​ຂອງ​ອະດີດ​ນັກຮົບ​ຕໍ່​ຊາວ​ໜຸ່ມ. ສະມາຄົມ ​ແລະ ສະມາຊິກ​ນັກຮົບທຸກ​ຂັ້ນ​ເຂົ້າ​ຮ່ວມ ພ້ອມ​​ກັບ​ຊາວ​ໜຸ່ມ​ໃນ​ຂະ​ບວນການ​ກໍ່​ຮ່າງ​ສ້າງ​ຕົວ, ສ້າງ​ວິຊາ​ຊີບ, ​ເສີມ​ຂະຫຍາຍ​ບົດບາດ​ປະຈັນບານ, ມີ​ຫົວຄິ​ດສ້າງ​ຂອງ​ຊາວ​ໜຸ່ມ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.”

ທ່ານ​ເລ​ຂາ​ທິການ​ໃຫຍ່​ປາດ​ຖະໜາ​ວ່າ, ສະມາຄົມ​ນັກຮົບ​ເກົ່າ ຕ້ອງ​​ເອົາ​ໃຈ​ໃສ່ເບິ່ງ​ແຍງ​ສ້າງ​ສະມາຄົມ​​ໃຫ້ປອດ​​ໄສ, ໝັ້ນຄົງ​ເຂັ້ມ​ແຂງ​ນັບ​ທັງ​ດ້ານ​ການ​ເມືອງ, ​ແນວ​ຄິດ ​ແລະ ການ​ຈັດ​ຕັ້ງ; ປ່ຽນ​ໃໝ່​ວິ​ທີ່ ​ແລະ ​ເນື້ອ​ໃນ​ຂອງ​ການ​ເຄື່ອນ​ໄຫວ; ​ເອົາ​ໃຈ​ໃສ່​ປົກ​ປ້ອງ​ສິດ ​ແລະ ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ, ຖືກ​ຕາມ​ກົດໝາຍ​ຂອງ​ອະດີດ​ນັກຮົບ. ທ່ານ​ເລ​ຂາ​ທິການ​ໃຫຍ່​ຫວັງ​ວ່າ ສະມາຄົມ​ນັກຮົບ​ເກົ່າ​ຊີ້​ນຳ​ການ​ປະຕິບັດ​ຢ່າງມະຕິ​ສູນ​ກາງ​ຄັ້ງ​ທີ 4 (ຊຸດ​ທີ 11) ກ່ຽວ​ກັບ​ວຽກ​ງານ​ກໍ່ສ້າງ​ພັກ​ຕັ້ງໜ້າ, ຢືດໝັ້ນ ​ແລະ ມີ​ປະສິດທິ​ຜົນ​; ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ພັກ, ລັດ ​ໃຫ້​ນັບ​ມື້​ນັບ​ປອດ​ໄສ, ໝັ້ນຄົງ​ເຂັ້ມ​ແຂງ, ​ໄກ້​ສິດ​ຕິດ​ແທດ​ກັບ​ປະຊາຊົນ​ຢ່າງ​ສະ​ໜິດສະໜົມ.

ຂ່າວ/ບົດ​ອື່ນ