ການ​ແຂ່ງ​ຂັນ​ຊີງ​ລາງວັນ ມາ​ຣາ​ທອນ ສາ​ກົນ ຮ່າ​ໂນ້ຍ Techcombank: ເຫດ​ການ​ກິ​ລາ​ລະ​ດັບ​ສາ​ກົນ

(VOVWORLD) - ຜ່ານການແຂ່ງຂັນຄັ້ງນີ້, ບັນດານັກກິລາ ຍັງປະກອບສ່ວນແຜ່ກະຈາຍຈຸດຄວາມງາມຂອງນະຄອນຫຼວງ ຮ່າໂນ້ຍ ເຖິງເພື່ອນມິດສາກົນ. ລາງວັນ ມາຣາທອນ ສາກົນ ຮ່າໂນ້ຍ Techcombank ປີນີ້ ດຶງດູດການເຂົ້າຮ່ວມຂອງນັກທ່ອງທ່ຽວ ຫວຽດນາມ ແລະ ຕ່າງປະເທດເປັນຈຳນວນຫຼາຍ. 
ການ​ແຂ່ງ​ຂັນ​ຊີງ​ລາງວັນ ມາ​ຣາ​ທອນ ສາ​ກົນ ຮ່າ​ໂນ້ຍ Techcombank: ເຫດ​ການ​ກິ​ລາ​ລະ​ດັບ​ສາ​ກົນ - ảnh 1ທ່ານ ຟ້າມຊັວນຕ່າຍ, ຮອງຜູ້ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວນະຄອນ ຮ່າໂນ້ຍ (ພາບ: VOV)

ຕອນເຊົ້າວັນທີ 20 ກັນຍາ, ຢູ່ຮ່າໂນ້ຍ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຮ່າໂນ້ຍ, Sunrise Events Vietnam ພ້ອມດ້ວຍນັກອຸປະຖຳຍຸດທະສາດ ທະນາຄານ Techcombank ໄດ້ສົມທົບກັນຈັດພິທີໄຂການແຂ່ງຂັນຊີງລາງວັນແລ່ນ ມາຣາທອນ ສາກົນ ຮ່າໂນ້ຍ Techcombank ຄັ້ງທີ 3. ທ່ານ ຟ້າມຊັວນຕ່າຍ, ຮອງຜູ້ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວນະຄອນ ຮ່າໂນ້ຍ, ໃຫ້ຮູ້ວ່າ:

        “ການແຂ່ງຂັນຊີງລາງວັນ ມາຣາທອນ ສາກົນ ຮ່າໂນ້ຍ Techcombank ຄັ້ງທີ 3 ແມ່ນໜຶ່ງໃນບັນດາເຫດການສະເຫຼີມສະຫຼອງ 70 ປີ ແຫ່ງວັນປົດປ່ອຍນະຄອນຫຼວງ (ວັນທີ 10 ຕຸລາ 1954 10 ຕຸລາ 2024). ຜ່ານການແຂ່ງຂັນຄັ້ງນີ້, ບັນດານັກກິລາ ຍັງປະກອບສ່ວນແຜ່ກະຈາຍຈຸດຄວາມງາມຂອງນະຄອນຫຼວງ ຮ່າໂນ້ຍ ເຖິງເພື່ອນມິດສາກົນ. ລາງວັນ ມາຣາທອນ ສາກົນ ຮ່າໂນ້ຍ Techcombank ປີນີ້ ດຶງດູດການເຂົ້າຮ່ວມຂອງນັກທ່ອງທ່ຽວ ຫວຽດນາມ ແລະ ຕ່າງປະເທດເປັນຈຳນວນຫຼາຍ. ສິ່ງດັ່ງກ່າວຢັ້ງຢືນໄດ້ວ່າ ຮ່າໂນ້ຍ ແມ່ນໜຶ່ງໃນບັນດາຈຸດໝາຍປາຍທາງແຖວໜ້າຂອງແຂກທ່ອງທ່ຽວສາກົນ, ຂອງບັນດານັກກິລາ ແລະ ຜູ້ຮັກມັກກິລາປະເພດແລ່ນ”.

ງອກແອັງ

ຕອບກັບ

ຂ່າວ/ບົດ​ອື່ນ