ຄູ່ຮ່ວມມືສຳຄັນອັນດັບໜຶ່ງໃນການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນ

ຄູ່ຮ່ວມມືສຳຄັນອັນດັບໜຶ່ງໃນການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນ - ảnh 1
(ການ​ເຈ​ລະ​ຈາ​ຖືກ​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 25/04)

(vovworld) - ໂດຍ​ໄດ້​ຮັບ​ຄຳ​ເຊີ​ນ​ຂອງ​ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ, ທ່ານ​ປະ​ທານ​ສະ​ແຫ່ງ​ຊາດ​ສ.ເກົາ​ຫຼີ Chung Sye – Kyun ​ພ້ອ​​ມ​ກັບ ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສະ​ພາ​ແຫ່ງ​ຊາດ​ສ.ເກົ​າ​ຫຼີ ໄດ້​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ໃນ​ລະ​ຫວ່າງວັນ​ທີ 24 - 26/04. ທີ່​ການ​ເຈ​ລະ​ຈາ​ຖືກ​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 25/04, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ເນັ້ນ​ໜັກ​ວ່າ: ຫວຽດ​ນາມ ປາ​ດ​ຖະ​ໜາ​ຢາກ​ຕ້ອນ​ຮັບ​ທ່າ​ນ​ປະ​ທາ​ນາ​ທິ​ບໍ​ດີ​ສ.ເກົາ​ຫຼີ ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ APEC ຢູ່​ດ່ານັ້ງ​ ໃນ​ເດືອນ 11 ຈະ​ມາ​ເຖິງ; ພ້ອ​ມ​ທັງ​ສະ​ເໜີ​ໃຫ້​ສ.ເກົາ​ຫຼີ ສະ​ໜັບ​ສະ​ໜູນ​ການ​ອອກ​ສະ​ໝັກ​ເລືອກ​ຕ​ັ້ງຂອງ​ຫວຽດ​ນາມ ​ເປັນ​ສະ​ມາ​ຊິກ​ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ UNESCO. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ ຫງວຽນ​ທິ​ກິມ​ເງິນ ສະ​ເໜີ​ໃຫ້​ສ.ເກົາ​ຫຼີ ໜຸນ​ຊ່ວຍ​ຫວຽດ​ນາມ ຜັນ​ຂະ​ຫຍາຍ​ສັນ​ຍາ​ການ​ຄ້າ​ເສ​ລີ​ຫວຽດ​ນາມ - ສ​.ເກົາ​ຫຼີ ຢ່າງ​ມີ​ປະ​ສິດ​ທິ​ຜົນ​; ເພີ່​ມ​ທະ​ວີ​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ, ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ສົ່ງ​ອອກ​ຂອງ​ຫວຽດ​ນາມ; ຫວຽດ​ນາມ ສົ່ງ​ເສີມ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ໃຫຍ່​ຂອງ​ສ.ເກົາ​ຫຼີ ເຂົ້າ​ຮ່ວ​ມ​ວິ​ວັດ​ການ​ຫັນ​ລັດ​ວິ​ສາ​ຫະ​ກິດ​ເປັນ​ຫຸ້ມ​ສ່ວນ, ສ້າງ​ໂຄງ​ປະ​ກອບ​ລະ​ບົບ​ທະ​ນາ​ຄານ​ຂອງ​ຫວຽດ​ນາມ ແລະ ​​ປາດ​ຖະ​ໜາ​ວ່າ, ​ບັນ​ດາ​ວິ​ສາ​ຫະ​ກິດ, ກຸ່ມ​ບໍ​ລິ​ສັດ​ໃຫຍ່ຂອງ​ສ.ເກົາ​ຫຼີ ລົງ​ທຶນ​ພັດ​ທະ​ນາ​ພື້ນ​ຖາ​ນໂຄງ​ລ່າງ​ເຂດ​ອຸດ​ສາ​ຫະ​ກຳ, ກະ​ສິ​ກຳ​ຢູ່​ຫວຽດ​ນາມ…

        ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ປາດ​ຖະ​ໜາ​ວ່າ, ສະ​ພາ​ແຫ່ງ​ຊາດ​ສ.ເກົາ​ຫຼີ ສ​ືບ​ຕໍ່​ສະ​ໜັບ​ສະ​ໜູນ ແລະ ມີ​​ທັດ​ສະ​ນະ​ດ້ານ​ການ​ເມືອງ, ສືບ​ຕໍ່​ໃຫ້​ບຸ​ລິມ​ະ​ສິດ​ຫວຽດ​ນາມ, ຮັກ​ສາ​​ການສະ​ໜອງ​ບັນ​ດາ​ແຫຼ່ງ​ທ​ຶນ​ໜູ​ນ​ຊ່ວຍ​​ເຫຼືອລ້າ ແລະ ກູ​້​ຢືມ​ທຶນ ODA ເຂົ້າ​ບັນ​ດາ​ຂົງ​ເຂດ​ເຊິ່ງ​ຫວຽດ​ນາມ ​ມີ​ຄວາມ​ຕ້ອງ​ການ​ສ​ູ​ງ​ຄື: ສາ​ທາ​ລະ​ນະ​ສຸກ, ສິ່ງ​ແວ​ດ​ລ້ອມ, ເຕັກ​ໂນ​ໂລ​ຊີ​ສູງ… ​ມີ​ຄວາມ​ເອ​ກະ​ພາບ ແລະ ລົງ​ນາມ​ໃນ​ສັນ​ຍາ​ແມ່​​​ວ່າ​ດ້ວຍ​ການສິນ​ເຊື່ອ​ໄລ​ຍະ 2016 – 2020 ໂດຍ​ໄວ.

        ສ່ວນ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ສ.ເກົາ​ຫຼີ Chung Sye – Kyun ຢືນ​ຢັນ​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, 2 ປະ​ເທດ​ຈະ​ສືບ​ຕໍ່​ເປີດກ​ວ້າງ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ຄື: ການ​ພົວ​ພັນ​ທາງ​ການ​ທູດ, ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ການ​ສຶກ​ສາ; ສະ​ແດງ​ຄວາມ​ປາດ​ຖະ​ໜາ​ວ່າ, ສ.ເກົາ​ຫຼີ ພ້ອມ​ແລ້ວ​ທີ່​ຈະຖ່າຍ​ຖອດ​ເຕັກ​ໂນ​ໂລ​ຊີ​ໃຫ້​ຫວຽດ​ນາມ.

        ທີ່​ການ​ເຈ​ລະ​ຈາ, 2 ຝ່າຍ​ຖື​ວ່າ, ຈະ​ຊຸກ​ຍູ້​ບັນ​ດາ​ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ລະ​ຫວ່າງ 2 ປະ​ເທດກວ່າ​ອີກ, ເປີດກວ້າງ​ການ​ສອນ​ພາ​ສາ​ຫວຽດ ແລະ ພາ​ສາ​ເກົາ​ຫຼີ ຢູ່ 2 ປະ​ເທດ. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ສະ​ເໜີ​ສະ​ພາ​ແຫ່ງ​ຊາດ​ສ.ເກົາ​ຫຼີ ສືບ​ຕໍ່​ມີ​ບັນ​ດາ​ນະ​ໂຍ​ບາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ປົກ​ປ້ອງ ແລະ​ ໜູນ​ຊ່ວຍ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ສ.ເກົາ​ຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ