ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການປ້ອງກັນຊາດ(ສະບັບປັບປຸງ)

(VOVWORLD) -ເລື່ອງປັບປຸງກົດໝາຍ ເພື່ອແກ້ໄຂບັນດາຂໍ້ຄົງຄ້າງ, ຂໍ້ຈຳກັດ, ຕິດຂັດ, ຂາດຕົກບົກຜ່ອງໃນການປະຕິບັດ,
ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການປ້ອງກັນຊາດ(ສະບັບປັບປຸງ) - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ

ຕອນເຊົ້າວັນທີ 10 ສິງຫາ, ຢູ່ ຫໍປະຊຸມສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ຊຸດທີ 14 ໄດ້ໄຂວາລະປະຊຸມຄັ້ງທີ 13 ພາຍໃຕ້ການເປັນປະທານຂອງທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດຫວຽດນາມ. ພາຍຫລັງກ່າວຄຳເຫັນໄຂກອງປະຊຸມຂອງ ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ, ຄະນະປະຈຳສະພາແຫ່ງຊາດ ໄດ້ພິຈາລະນາໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການປ້ອງກັນຊາດ (ສະບັບປັບປຸງ). ເລື່ອງປັບປຸງກົດໝາຍ ເພື່ອແກ້ໄຂບັນດາຂໍ້ຄົງຄ້າງ, ຂໍ້ຈຳກັດ, ຕິດຂັດ, ຂາດຕົກບົກຜ່ອງໃນການປະຕິບັດ, ຮັບປະກັນຄວາມຄົບຊຸດ, ລັກສະນະເປັນເອກະພາບໃນລະບົບກົດໝາຍ. 

ຕອບກັບ

ຂ່າວ/ບົດ​ອື່ນ