ຈີນແລະມາເລເຊຍ ໃຫ້ຄຳໝັ້ນສັນຍາ ເພີ່ມທະວີການຮ່ວມມື


ຈີນແລະມາເລເຊຍ ໃຫ້ຄຳໝັ້ນສັນຍາ ເພີ່ມທະວີການຮ່ວມມື - ảnh 1

ທ່ານ​ປະທານ​ປະ​ເທດ​ຈີນ​ສື​ຈີນ​ຜິ​ງ ​ແລະ

ທ່ານ​ນາຍົກລັດຖະມົນຕີມາ​ເລ​ຊຍ Najip Razak

(ພາບ: nguyentandung.org)

 (vovworld)- ທີ່​ການ​ເຈລະຈາ​ເມື່ອວັນ​ທີ 30/5 ລະຫວ່າງ​ທ່ານ​ປະທານ​ປະ​ເທດ​ຈີນ​ສື​ຈີນ​ຜິ​ງ ​ແລະ ທ່ານ​ນາຍົກລັດຖະມົນຕີມາ​ເລ​ຊຍ Najip Razak ພວມ​ຢູ່​ຢ້ຽມຢາມ​ປັກ​ກິ​ງ, ການ​ນຳ​ສອງ​ທ່ານ​ໄດ້ໃຫ້​ຄຳໝັ້ນສັນຍາ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ການ​ພົວພັນ​ສອງ​ຝ່າຍ. ທ່ານ​ປະທານ​ປະ​ເທດ​ຈີນ​ສື​ຈີນ​ຜິ​ງ ຮຽກຮ້ອງ​ໃຫ້​ສອງ​ປະ​ເທດ​ຈົ່ງ​ຮັກສາ​ການ​ແລກປ່ຽນ​ຂັ້ນສູງ​ຄັ້ງຕ່າງໆ, ​ເພີ່ມ​ທະວີ​ການ​ແບ່ງປັນ​ບົດຮຽນ, ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ, ​ໃນ​ນັ້ນມີ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ການ​ຕິດຕໍ່​ພົວພັນ, ອາ​ວະ​ກາດ, ​ເສດຖະກິດ​ກໍ່​ຄື​ເປີດ​ກ້ວາງ​ການ​ແລກປ່ຽນ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ສອງ​ຝ່າຍ. ສ່ວນທ່ານ​ນາຍົກລັດຖະມົນຕີມາ​ເລ​ຊຍ Najip Razak ​ໃຫ້​ຮູ້​ວ່າ: ມາ​ເລ​ເຊຍ​ໃຫ້​ຄຳໝັ້ນສັນຍາ​ເດີນ​ຕາມ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຊື່​ງກັນ ​ແລະ ກັນ ​ແລະ ​ເປັນ​ເຈົ້າການ​ຊຸກຍູ້​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ມາ​ເລ​ເຊ​ຍ-ຈີນ. ທ່ານ​ກໍ່​ຮຽກຮ້ອງ​ສອງ​ຝ່າຍ​ຍູ້​ແຮງ​ການ​ແລກປ່ຽນ​ບຸກຄະລາ​ກອນ, ວັດທະນະທຳ ​ແລະ ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາດ ​ແລະ ປະຕິບັດ​ກົດໝາຍ ພ້ອມ​ທັງ​ຫວັງ​ວ່າ​ຈະ​ເພີ່ມ​ທະວີ​ການຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ສອງ​ສົ້ນກັບ​ຈີນ./.

ຂ່າວ/ບົດ​ອື່ນ