ຊຸກຍູ້ການຮ່ວມມືການພົວພັນປ້ອງກັນຊາດຫວຽດນາມ-ອາເມລິກາ

ຊຸກຍູ້ການຮ່ວມມືການພົວພັນປ້ອງກັນຊາດຫວຽດນາມ-ອາເມລິກາ - ảnh 1
ທ່ານ ​​ຟຸ່ງກວາງ​ແທງ ແລະ ທ່ານ​ Ashton Carterທີ່ພິທີລົງນາມ
(ພາບ: Trọng Đức - TTXVN)

(vovworld) – ​ຕອນ​ເຊົ້າ​ວັນ​ທີ 1/6 ຢູ່ ຮ່າ​ໂນ້ຍ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງປ້ອງ​ກັນ​ປະ​ເທດ​ຫວຽດນາມ ຟຸ່ງກວາງ​ແທງ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ Ashton Carter. ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ Ashton Carter ຕີ​ລາຄາ​ສູງ ​ແລະ ຂອບ​ໃຈ​ການ​ຮ່ວມ​ມື​ຢ່າງ​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນ​ຂອງ​ຫວຽດນາມ​ໃນ​ການ​ຮ່ວມ​ມື​ຊອກ​ຫາ​ອັດ​ຖິຂອງທະຫານ ອາ​ເມ​ລິ​ກາ ທີ່​ສາບ​ສູນຫາຍ​ໃນ​ສົງຄາມ. 2 ຝ່າຍ​ລ້ວນ​ແຕ່​ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ປ້ອງ​ກັນຊາ​ທີ່​ເໝາະ​ສົມກັບ​ການ​ພົວພັນ​ລວມບົນ​ພື້ນຖານ​ເຄົາລົບ​ເອກະລາດ, ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນຂອງ​ແຕ່ລະ​ປະ​ເທດ, ບໍ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ຮ່ວມ​ມື​ຂອງ​ບັນດາ​ປະ​ເທດ​ອື່ນໆ, ປະກອບສ່ວນ​ຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ, ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໂລກ. ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ຟຸ່ງກວາງ​ແທງ ​ໃຫ້​ຮູ້​ວ່າ: ສອງ​ຝ່າຍ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ການ​ພົວພັນ​ປ້ອງ​ກັນຊາ​ດສອງ​ຝ່າຍ ​ແລະ​​​ເຫັນ​ວ່າ ​ການພົວພັນ​ນີ້​ໄດ້​ພັດທະນາ​ຢ່າງ​ຕັ້ງຫນ້າ ​ແລະ ​ເປັນ​ປົກກະຕິ. ພວກ​ຂ້າພະ​ເຈົ້າ​ຊົມ​ເຊີຍ ​ເລື່ອງ​ອາ​ເມ​ລິ​ກາ ຜັນ​ຂະຫຍາຍ​ໂຄງການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ສົງຄາມ ຢ່າງ​ຕັ້ງຫນ້າ.​ ຖະ​ແຫຼ​ງການວິ​ໄສ​ທັດ​ຮ່ວມ ກ່ຽວ​ກັບ​ການ​ພົວພັນ​ດ້ານ​ປ້ອງ​ກັນຊາ​ດຄັ້ງ​ນີ້ ​ແມ່ນ​​ແນ​ໃສ່​ເພີ່ມ​ທະວີ​ມິດນ້ຳ​ໃຈຕະພາບ, ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ​ເຊິ່ງກັນ ​ແລະ ກັນ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ​ໃຫ້​ເລິກ​ເຊິ່ງກ່ວາ​ອີກ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງປະຊາຊົນ 2 ປະ​ເທດ​.  

          ພາຍຫຼັງ​ການ​ເຈລະຈາ,​ລັດຖະມົນຕີ 2 ທ່ານ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຖະ​ແຫຼ​ງການ​ວິ​ໄສ​ທັດ​ຮ່ວມ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດລະຫວ່າງ ຫວຽດນາມ-​ອາ​ເມ​ລິ​ກາ.​

ຂ່າວ/ບົດ​ອື່ນ