ຍົກສູງການຄຸ້ມຄອງຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດແລະຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

ຍົກສູງການຄຸ້ມຄອງຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດແລະຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1
(ພາບ​ປະ​ກອບ: TTXVN)

(vovworld) - ​ວັນ​ທີ 18/10, ຢູ່​ຮ່າ​ໂນ້ຍ, ສູນ​ຄົ້ນ​ຄວ້າ, ສຶກ​ສາ​ສິ່ງ​ແວດ​ລ້ອມ ແລະ ພັດ​ທະ​ນາ, ສະ​ຫະ​​ພັນ​ບັນ​ດາ​ສະ​ມາ​ຄົມ​ວິ​ທະ​ຍາ​ສາດ​​ເຕັກ​ນິກຫວຽດ​ນາມ ໄດ້​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ໂ​ຕະ​ມົນວິ​ທະ​ຍາ​ສາດ - ນະ​ໂຍ​ບາຍ ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ​ໃນ​ການ​ຮ່ວມ​ສຳ​ພັນ​ຄວາມ​ເສຍ​ຫາຍ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ຫຼຸດ​ຜ່ອນ​ຄວາມ​ສ່ຽງ​ຈາກ​ໄພ​ທຳ​ມະ​ຊາດ, ເພື່ອ​ແນ​ໃສ່​ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງວຽກ​ງານ​ຄຸ້ມ​ຄອງ​ໄພ​ທຳ​ມະ​ຊາດ​ໃນ​ຂະ​ແໜງ​ອາ​ຊີບ​ທີ່​ພວ​ມ​ເຄື່ອນ​ໄຫວ, ພ້ອມ​ທັງ​ຊອກ​ຫາ​ບັນ​ດາຄຳ​ຖາມ​ຜ່ານ​ການ​ລາຍ​ງານ​ປຶກ​ສາ​ຫາ​ລື​ຍົກ​ຕົວ​ຢ່າງ​ຈາກ​ຜົນ​ສະ​ທ້ອນ​ຂອງ El Nino 2015 – 2016 ຢູ່​ຫວຽດ​ນາມ. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ຜູ້​ແທນ​ໄດ້​ສຸມ​ໃ​ສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ບຸ​ລິມະ​ສິດ​ໃນ​ການ​ຮ່ວມ​ສຳ​ພັນ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ຫຼຸດ​ຜ່ອນ​ຄວາມ​ສ່ຽງ​ຈາກ​ໄພ​ທຳ​ມະ​ຊາດ ແລະ ສິ່ງ​ທ້າ​ທາຍ​ໃນ​ການ​ຮ່ວມ​ສ​ຳ​ພັນ​ການ​​ຄວາມ​ເສຍ​ຫາຍ​. ພິ​ເສດ​ແມ່ນ​ພິ​ຈາ​ລະ​ນາ​ເຖິງ​ການ​ກະ​ທົບກັບ​ກຸ່ມ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ ແລະ ສື່ມວນ​ຊົນ; ພິ​ຈ​າ​ລະ​ຈາ, ເພີ່ມ​ເຕີມ​ໃຫ້​ເຄືອ​ຂ່າຍ​ຮ່ວມ​ສຳ​ພັນ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ຫຼຸດ​ຜ່ອນ​ຄວາມ​ສ່ຽງ​​ຈາກ​ໄພ​ທຳ​ມະ​ຊາດ ແລະ ສິ່ງ​ທ້າ​ທາຍ​ໃນ​ການ​ຮ່ວມ​ສຳ​ພັນ​ຄວາມ​ເສຍ​ຫາ​ຍ​​ໃນ​ພາກ​ພື້ນ​...

ຂ່າວ/ບົດ​ອື່ນ