ຍາມໃດ VOV ກໍ່ແມ່ນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງ ABU

(VOVWORLD) -ວັນທີ 17 ມິຖຸນາ, ທ່ານຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ (VOV) ໂດ້ຕຽນຊີ້ ໄດ້ມີການພົບປະທາງອອນລາຍກັບທ່ານເລຂານຸການໃຫຍ່ສະຫະສະມາຄົມກະຈາຍສຽງ, ໂທລະພາບອາຊີ - ປາຊີຟິກ (ABU) Javad Mottaghi.
ຍາມໃດ VOV ກໍ່ແມ່ນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງ ABU - ảnh 1(ທ່ານຜູ້ອຳນວຍການໃຫຍ່ VOV ໂດ້ຕຽນຊີ້ (ເບື້ອງຊ້າຍ) ແລະ ທ່ານຮອງຜູ້ອຳນວຍການໃຫຍ່ VOV ໂງມິນຫຽນ (ເບື້ອງຂວາ) ທີ່ການເຮັດວຽກທາງອອນລາຍ)

ທີ່ການພົບປະ, ທ່ານເລຂານຸການໃຫຍ່ ABU Javad Mottaghi ຖືວ່າ, ດ້ວຍບົດຮຽນທີ່ອຸດົມສົມບູນຜ່ານຫຼາຍຕຳແໜ່ງຂອງຕົນ, ທ່ານຜູ້ອຳນວຍການໃຫຍ່ VOV ຄົນໃໝ່ ໂດ້ຕຽນຊີ້ ຈະນຳພາ VOV ໃຫ້ພັດທະນາກວ່າອີກໃນໄລຍະຈະມາເຖິງ. ທ່ານ Javad Mottaghi ໃຫ້ຮູ້ວ່າ, ດ້ວຍຖານະຕຳແໜ່ງເປັນເລຂານຸການໃຫຍ່ ABU, ທ່ານໄດ້ມີການເຄື່ອນໄຫວຮ່ວມມືຫຼາຍຢ່າງກັບ VOV ໃນຊຸມປີຜ່ານມາ ແລະ ປາດຖະໜາຢາກມີໂອກາດເຮັດວຽກກັບທ່ານຜູ້ອຳນວຍການໃຫຍ່ VOV ຄົນໃໝ່ ໂດ້ຕຽນຊີ້ ໃຫ້ຫຼາຍກວ່າອີກ. ທ່ານກໍ່ເນັ້ນໜັກວ່າ, ABU ຈະໜູນຊ່ວຍທຸກສະມາຊິກຂອງຕົນ, ໃນນັ້ນມີ VOV. ເນື່ອງໃນໂອກາດວັນສື່ມວນຊົນປະຕິວັດຫວຽດນາມ, ທ່ານ Javad Mottaghi ໄດ້ສົ່ງຄຳອວຍພອນເຖິງນັກຂ່າວ, ບັນນາທິການຂອງ VOV ໝົດທຸກຄົນ.

        ສ່ວນທ່ານອຳນວຍການໃຫຍ່ VOV ໂດ້ຕຽນຊີ້ ຢືນຢັນວ່າ, ຍາມໃດ VOV ກໍ່ແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງ ABU ແລະ ປະກອບສ່ວນນຳ ABU ໃຫ້ນັບມື້ນັບພັດທະນາ.

        “ABU ໄດ້ສ້າງກຳລັງແຜ່ຂະຫຍາຍ, ສ້າງແຫຼ່ງອາລົງເພື່ອໃຫ້ບັນດາສະມາຊິກນັບມື້ນັບມີຄວາມຮັບຜິດຊອບກວ່າ, ພ້ອມທັງ ລັກສະນະປະຊາຄົມຂອງ ABU ຈະນັບມື້ນັບຈະແຈ້ງກວ່າ. ຂ້າພະເຈົ້າເຊື່ອໝັ້ນວ່າ, ບັນດາສະມາຊິກໃນ ABU ພ້ອມກັນແມ່ນສະມາຊິກສຳຄັນທີ່ສຸດເພື່ອໃຫ້ ABU ນັບມື້ນັບພັດທະນາ ແລະ ພາຍໃຕ້ການຊີ້ນຳຂອງທ່ານ Javad Mottaghi, ABU ຈະສືບຕໍ່ໜູນຊ່ວຍໃຫ້ບັນດາວິທະຍຸກະຈາຍສຽງສະມາຊິກ, ໃນນັ້ນມີ VOV.”

        ເນື່ອງໃນໂອກາດນີ້, ທ່ານຜູ້ອຳນວຍການໃຫຍ່ VOV ໄດ້ເຊື້ອເຊີນທ່ານເລຂາທິການໃຫຍ່ ABU Javad Mottaghi ມາຢ້ຽມຢາມ VOV ໃນເວລາທີ່ເໝາສົມ. ທ່ານເລຂາທິການໃຫຍ່ ABU Javad Mottaghi ໄດ້ຮັບຄຳເຊື້ອເຊີນ ແລະ ຫວັງວ່າຈະສາມາດມາຢ້ຽມຢາມ VOV ໃນເດືອນ ພະຈິກ 2021, ເນື່ອງໃນໂອກາດ VOV ເປັນເຈົ້າພາບຈັດກອງປະຊຸມສະມັດຊາໃຫຍ່ ABU ຄັ້ງທີ 58, ຖ້າຫາກໂລກລະບາດໄດ້ຮັບການຄວບຄຸມ.

ຕອບກັບ

ຂ່າວ/ບົດ​ອື່ນ