ທ່ານນາຍົກລັດຖະມົນຕີ ຫວຽດນາມຫງວຽນຊວັນຟຸກຕ້ອນຮັບທ່ານເອກອັກຄະລັດຖະທູດເຢຍລະມັນ Christian Berger ເຂົ້າຢ້ຽມອຳລາສິ້ນສຸດອາຍຸການປະຕິບັດງານທາງການທູດ

(VOVWORLD) -ເຢຍລະມັນແມ່ນພື້ນຖານເສດຖະກິດທີ່ໃຫ່ຍທີ່ສຸດໃນເອີຣົບ, ແລະກໍ່ແມ່ນພື້ນຖານອຸດສະຫະກຳທີ່ທັນສະໄໝ, ມີບົດບາດສຳຄັນໃນເອີຣົບ.

        ທີ່ການຕ້ອນຮັບທ່ານChristian Berger ເອກອັກຄະລັດຖະທູດ ເຢຍລະມັນ ເຊິ່ງໄດ້ຈັດຂຶ້ນໃນຕອນບ່າຍວັນທີ 17 ກໍລະກົດ, ຢູ່ ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມຫງວຽນຊັວນຟຸກໄດ້ຕີລາຄາສູງຕໍ່ທ່ານເອກອັກຄະລັດຖະທູດເຢຍລະມັນ Christian Bergerທີ່ໄດ້ມີຄວາມພະຍາຍາມ, ສຸດອົກສຸດໃຈ, ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ສາຍພົວພັນສອງປະເທດ. ທ່ານເອກອັກຄະລັດຖະທູດໄດ້ຕັ້ງໜ້າເຄື່ອນໄຫວຫຼາຍຢ່າງກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຫວຽດນາມໃນຕະຫຼອດອາຍຸການທີ່ປະຕິບັດງານຢູ່ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫວຽດນາມຫງວຽນຊວັນຟຸກຕ້ອນຮັບທ່ານເອກອັກຄະລັດຖະທູດເຢຍລະມັນ Christian Berger ເຂົ້າຢ້ຽມອຳລາສິ້ນສຸດອາຍຸການປະຕິບັດງານທາງການທູດ - ảnh 1

ທ່ານນາຍົກລັດຖະມົນຕີ ຫວຽດນາມຫງວຽນຊວັນຟຸກຕ້ອນຮັບທ່ານເອກອັກຄະລັດຖະທູດເຢຍລະມັນ Christian Berger (ພາບ: chinhphu.vn)

        ທ່ານເອກອັກຄະລັດຖະທູດ Christian Berger ໃຫ້ຮູ້ວ່າໃນຕະຫຼອດອາຍຸການຂອງຕົນ, ໃນນາມສ່ວນຕົວ ຍາມໃດທ່ານກໍ່ໄດ້ມານະພະຍາຍາມເພື່ອຊຸກຍູ້ສາຍພົວພັນຄູ່ຮ່ວມຍຸດທະສາດຫວຽດນາມ-ເຢຍລະມັນ ແລະ ຖືວ່ານີ້ແມ່ນການພົວພັນທີ່ມີລັກສະນະທັນສະໄໝ, ມຸ້ງໄປສູ່ອະນາຄົດ, ທ່ານເອກອັກຄະລັດຖະທູດ Christian Berger ສະເໜີໃຫ້ສອງຝ່າຍຊຸກຍູ້ການສ້າງຕັ້ງຫ້ອງການການຄ້າອຸດສະຫະກຳຮ່ວມລະຫວ່າງສອງປະເທດໂດຍໄວ, ໂດຍນັ້ນສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດສອງປະເທດເພີ່ມທະວີການຮ່ວມມື; ຄົ້ນຄ້ວາ, ສ້າງຕັ້ງຄະນະກຳມະການເສດຖະກິດປະສົມເພື່ອແລກປ່ຽນບັນດາກຳນົດທິດການຮ່ວມມືຍຸດທະສາດລະຫວ່າງສອງປະເທດ.

        ທ່ານນາຍົກລັດຖະມົນຕີຫງວຽນຊັວນຟຸກໄດ້ເຫັນດີກັບທ່ານເອກອັກຄະລັດຖະທູດກ່ຽວກັບທັດສະນະທີ່ຍົກອອກມາແລະຕີລາຄາວ່າ: ເຢຍລະມັນແມ່ນພື້ນຖານເສດຖະກິດທີ່ໃຫ່ຍທີ່ສຸດໃນເອີຣົບ, ແລະກໍ່ແມ່ນພື້ນຖານອຸດສະຫະກຳທີ່ທັນສະໄໝ, ມີບົດບາດສຳຄັນໃນເອີຣົບ, ສ່ວນຫວຽດນາມ-ເຢຍລະມັນກໍ່ແມ່ນຄູ່ຮ່ວມຍຸດທະສາດ.ທ່ານນາຍົກລັດຖະມົນຕີໄດ້ສະເໜີໃຫ້ເຢຍລະມັນຊ່ວຍເຫຼືອຫວຽດນາມໃນການພັດທະນາດ້ານອຸດສະຫະກຳ, ເຊິ່ງແມ່ນຂົງເຂດທີ່ເຢຍລະມັນປະສົບຜົນສຳເລັດທີ່ສຸດ. ທ່ານນາຍົກລັດຖະມົນຕີໄດ້ຕີລາຄາສູງເລື່ອງເຢຍລະມັນຍາມໃດກໍ່ໄດ້ໃຫ້ການສະໜັບສະໜູນທັດສະນະກ່ຽວກັບທະເລຕາເວັນອອກໃຫ້ມີສັນຕິພາບ, ສະຖຽນລະພາບ, ຮັບປະກັນຄວາມເສລີໃນການເດີນທະເລ, ການບິນຢູ່ ທະເລຕາເວັນອອກໃຕ້. ທ່ານນາຍົກລັດຖະມົນຕີໄດ້ສະແດງຄວາມເຊື່ອໝັ້ນວ່າທ່ານເອກອັກຄະລັດຖະທູດຈະປະສົບຜົນສຳເລັດຫຼາຍຢ່າງໃນໜ້າທີ່ວຽກງານໃໝ່ ແລະຫວັງວ່າ,ບໍ່ວ່າຈະດຳລົງຕຳແໜ່ງໃດກໍ່ຕາມຍາມໃດ, ທ່ານເອກອັກຄະລັດຖະທູດກໍ່ຈະຕັ້ງໜ້າປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນອັນດີງາມລະຫວ່າງຫວຽດນາມແລະເຢຍລະມັນ.

ຕອບກັບ

ຂ່າວ/ບົດ​ອື່ນ