ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ເປັນປະທານກອງປະຊຸມຄັ້ງທີ 3 ຄະນະກຳມະການລັດຖະສະພາ ຫວຽດນາມ - ລັດເຊຍ

(VOVWORLD) - ກອງປະຊຸມຄັ້ງນີ້ແມ່ນເພື່ອແນໃສ່ປຶກສາຫາລືບັນດາມາດຕະການແກ້ໄຂ ເພື່ອພັດທະນາການພົວພັນສັງລວມຂອງ 2 ປະເທດ.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ເປັນປະທານກອງປະຊຸມຄັ້ງທີ 3 ຄະນະກຳມະການລັດຖະສະພາ ຫວຽດນາມ - ລັດເຊຍ - ảnh 1(ທີ່ກອງປະຊຸມ)

        ໃນຂອບເຂດການຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ, ແຕ່ວັນທີ 08 – 10 ກັນຍາ ຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ, ຕອນບ່າຍວັນທີ 09 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ ມົດສະກູ, ປະເທດ ລັດເຊຍ, ໄດ້ຈັດກອງປະຊຸມຄັ້ງທີ 3 ຄະນະກຳມະການຮ່ວມມືລັດຖະສະພາລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາຕ່ຳສະຫະພັນ ລັດເຊຍ. ທ່ານປະທານະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ທ່ານປະທານສະພາຕ່ຳສະຫະພັນ ລັດເຊຍ Vyacheslav Victorovich Volodin ເປັນປະທານຮ່ວມກອງປະຊຸມ.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານປະທານສະພາຕ່ຳ ລັດເຊຍ Vyacheslav Victorovich Volodin ຊີ້ແຈ້ງວ່າ, ກອງປະຊຸມຄັ້ງນີ້ແມ່ນເພື່ອແນໃສ່ປຶກສາຫາລືບັນດາມາດຕະການແກ້ໄຂ ເພື່ອພັດທະນາການພົວພັນສັງລວມຂອງ 2 ປະເທດ. ກ່ຽວກັບເສດຖະກິດ, 2 ປະເທດ ສູ້ຊົນຮອດປີ 2030 ວົງເງິນການຄ້າບັນລຸ 15 ຕື້ USD. ສະນັ້ນ, ກອງປະຊຸມນີ້ພ້ອມກັບກອງປະຊຸມຄັ້ງທີ 4 ຄະນະກຳມະການຮ່ວມມືລັດຖະສະພາທີ່ຈະຈັດຂຶ້ນຢູ່ ຫວຽດນາມ, ໄດ້ສຸມໃສ່ແກ້ໄຂຫຼາຍບັນຫາ, ຄື: ເພີ່ມທະວີວົງເງິນການຄ້າ, ການຮ່ວມມືດ້ານການເງິນ, ສາທາລະນະສຸກ, ກະສິກຳ, ວິທະຍາສາດເຕັກໂນໂລຊີ, ວັດທະນະທຳ, ການທ່ອງທ່ຽວ.

        ສ່ວນທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ເນັ້ນໜັກວ່າ:

        “ພ້ອມກັບບັນດາຂົງເຂດການຮ່ວມມືທີ່ເປັນມູນເຊື້ອແລ້ວນັ້ນ, 2 ຝ່າຍຈະແລກປ່ຽນ ແລະ ປຶກສາຫາລືໃນບັນດາຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນໃນໄລຍະຈະມາເຖິງ, ຄື: ການສົ່ງອອກຜະລິດຕະພັນກະເສດ, ການຂົນສົ່ງທາງອາກາດ, ເສດຖະກິດດີຈີຕອນ, ຊັບສິນທາງປັນຍາ, ປົກປ້ອງຂໍ້ມູນຜູ້ນຳໃຊ້, ເຕັກໂນໂລຊີຂໍ້ມູນຂ່າວສານ, ພະລັງງານສະອາດ, ນິວເຄຼຍເພື່ອຈຸດປະສົງສັນຕິພາບ…”

ຕອບກັບ

ຂ່າວ/ບົດ​ອື່ນ