ນັກທຸລະກິດສ.ເກົາຫຼີ 570 ຄົນຈະມາຫວຽດນາມ ໃນສັບປະດານີ້

(VOVWORLD) -ຕາມສຳນັກຂ່າວສານ Yonhap ແລ້ວ, ບັນດານັກທຸລະກິດດັ່ງກ່າວຈະເຊົ່າເຮືອບິນມາ ຫວຽດນາມ ແລະ ຈີນ ໂດຍສະເພາະໃນສະພາບເກີດໂລກລະບາດໂຄວິດ-19.

ວັນທີ 21 ກໍລະກົດ, ສ.ເກົາຫຼີ ໄດ້ແຈ້ງໃຫ້ຊາບວ່າ ປະເທດນີ້ໄດ້ມີແຜນການຈັດສົ່ງບັນດານັກທຸລະກິດໄປຍັງ ຫວຽດນາມ ແລະ ຈີນ ໃນສັບປະດານີ້. ຕາມສຳນັກຂ່າວສານ Yonhap ແລ້ວ, ບັນດານັກທຸລະກິດດັ່ງກ່າວຈະເຊົ່າເຮືອບິນມາ ຫວຽດນາມ ແລະ ຈີນ ໂດຍສະເພາະໃນສະພາບເກີດໂລກລະບາດໂຄວິດ-19. ກະຊວງການຄ້າ, ອຸດສາຫະກຳ ແລະ ພະລັງງານສ.ເກົາຫຼີ ໃຫ້ຮູ້ວ່າ, ຕາມແຜນການດັ່ງກ່າວ, ມີນັກທຸລະກິດປະມານ 570 ຄົນຂອງ 240 ບໍລິສັດ ຈະມາຫວຽດນາມ ໃນຖ້ຽວບິນວັນທີ 22 ກໍລະກົດ. ຮອດເດືອນ ສິງຫາ, ສ.ເກົາຫຼີ ມີແຜນການຈັດສົ່ງຄົນງານ 1.500 ຄົນມາຫວຽດນາມ.

        ໃນເຫດການທີ່ກ່ຽວຂ້ອງ, ວັນທີ 22 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Toshimitsu Motegi ໄດ້ແຈ້ງໃຫ້ຊາບວ່າ ປະເທດນີ້ຈະຫຼຸດຜ່ອນບັນດາມາດຕະການຈຳກັດການເຂົ້າເມືອງສຳລັບຊາວ ຫວຽດນາມ ແລະ ໄທໃນເດືອນ ກໍລະກົດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ