ນະຄອນເຊີນລາສະເຫຼີມສະຫຼອງ5ປີແຫ່ງວັນສ້າງຕັ້ງ

ນະຄອນເຊີນລາສະເຫຼີມສະຫຼອງ5ປີແຫ່ງວັນສ້າງຕັ້ງ - ảnh 1
ນະຄອນ ເຊິນລາ
(ພາບປະກອບ)

(vovworld) –  ຕອນ​ເຊົ້າວັນ​ທີ 26/10, ຢູ່​ນະຄອນ​ເຊີນ​ລາ, ​ແຂ​ວງ ​ເຊີນ​ລາ, ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 5 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ນະຄອນ​ເຊີນ​ລາ (26/10/2008 – 26/10/2013). ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາງ ຕ່ອງ​ທິຟ໋ອງ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ, ສະ​ເໜີ​ໃຫ້​ແຂວງ ​ເຊີນ​ລາ ​ເປັນ​ເຈົ້າ​ການລະດົມ​ແຫຼ່ງກຳລັງ​ເພື່ອ​ພັດທະນາ, ກາຍ​ເປັນ​ສູນ​ກາງຂອງ​ເຂດ​ໄຕ​ບັກ ​ເທື່ອ​ລະ​ກ້າວ.

        “ນະຄອນ ​ເຊີນ​ລາ ຄວນ​ສືບ​ຕໍ່​ກໍ່ສ້າງ, ປັບປຸງ​ລະບົບ​ການ​ເມືອງ, ຍູ້​ແຮງ​ການ​ປະຕິ​ຮູບ​ພື້ນຖານ​ການ​ບໍລິຫານ, ສຸມ​ໃສ່​ກໍ່ສ້າງ​ພັກ, ອຳນາດ​ການ​ປົກຄອງ, ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ​ທີ່​ປອດ​ໄສ, ​ໝັ້ນຄົງ​ເຂັ້ມ​ແຂງ. ທີ 2 ​ແມ່ນ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ປະດິດ​ສ້າງ, ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ທ້ອງ​ຖີ່​ນ, ລະດົມ ​ແລະ ນຳ​ໃຊ້​ບັນດາແຫຼ່ງກຳລັງ​ໃຫ້​ມີ​ປະສິດທິ​ຜົນ, ສ້າງ​ບາດກ້າວ​ບຸກທະລຸ​ເພື່ອ​ພັດທະນາ​ເສດຖະກິດ​ຢ່າງວ່ອງໄວ, ຮອບດ້ານ ​ແລະ ໝັ້ນຄົງ​. ທີ 3 ​ແມ່ນ, ​ເອົາ​ໃຈ​ໃສ່​ສ້າງສາ ​ແລະ ທະວີ​ຄຸນ​ບັນດາ​ແບບຢ່າງ​ດີ​ເດ່ັນ​ໃນ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ ​ໂຮ່ຈີ​ມິນ, ​ເສີມ​ຂະຫຍາຍ​ບັນດາ​ສີສັນ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ຊົນ​ເຜົ່າ​ອ້າຍ​ນ້ອງ​ໃນແຂວງເຊີນລາເພື່ອພ້ອມ​ກັນ​ພັດທະນາ.”

        ​ໃນ​ພິທີ​ສະ​ເຫຼີ​ມສະຫຼອງ, ນະຄອນ ​ເຊີນ​ລາ ​ໄດ້​ຮັບ​ຫຼຽນ​ໄຊ​ເອກ​ະລາດ​ຊັ້ນ 2 ​ໂດຍ​ປະທານ​ປະ​ເທດ​ມອບ​ໃຫ້.

 

ຂ່າວ/ບົດ​ອື່ນ