ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຈລະຈາທາງໂທລະສັບກັບນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ

(VOVWORLD) -ຕອນບ່າຍວັນທີ 10 ພະຈິກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ ເຈລະຈາທາງໂທລະສັບກັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ເພື່ອແລກປ່ຽນກ່ຽວກັບການຮ່ວມມືສອງຝ່າຍຫວຽດນາມ-ລາວ ແລະ ການຮ່ວມມືພາກພື້ນ ຕໍ່ໜ້າກອງປະຊຸມສຸດຍອດອາຊຽນຄັ້ງທີ 37
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຈລະຈາທາງໂທລະສັບກັບນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ  - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຈລະຈາທາງໂທລະສັບກັບນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ

ນາຍົກລັດຖະມົນຕີ ທັງສອງ ໄດ້ຢືນຢັນ ຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດແຫ່ສາຍພົວພັນທີ່ຍິ່ງໃຫຍ່, ນ້ຳໃຈມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ; ຕີລາຄາສູງການປະສານສົມທົບລະຫວ່າງ 2 ປະເທດ ໃນການຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືໃນບັນດາຂົງເຂດທີ່ເປັນໄລກ່ອນ ຄື ການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ.... ເຫັນດີໃນສະພາບການທີ່ທັງຫວຽດນາມ ແລະ ລາວ ກໍລ້ວນແຕ່ສາມາດຄວບຄຸມໂລກລະບາດໂດຍພື້ນຖານ, ຄວນສ້າງເງື່ອນໄຂສະດວກໃຫ້ແກ່ການສັນຈອນໄປມາລະຫວ່າງ ປະຊາຊົນ ແລະ ການຂົນສົ່ງສິນຄ້າລະຫວ່າງ 2 ປະເທດ.

    ບົນພື້ນຖານດັ່ງກ່າວ ຈະເປັນເອກະພາບກ່ຽວກັບວິທີເປີດບັນດາດ່ານຊາຍແດນທາງບົກຄືນໃໝ່ ແລະ ເຊື່ອມຕໍ່ຖ້ຽວບິນການຄ້າລະຫວ່າງ 2 ປະເທດ ພ້ອມທັງເພີ່ມທະວີການສົມທົບຜັນຂະຫຍາຍ ບັນດາໂຄງການຮ່ວມມືຈຸດສຸມລະຫວ່າງ 2 ປະເທດ. 2 ຝ່າຍໄດ້ເຫັນດີສືບຕໍ່ຮ່ວມມືກະກຽມບັນດາການເຄື່ອນໄຫວທີ່ສຳຄັນລະຫວ່າງ 2 ປະເທດໃນໄລຍະທີ່ຈະມາເຖິງ, ໃນນັ້ນມີກອງປະຊຸມຮ່ວມມືທະວີພາຄີຄັ້ງທີ 43 ລະຫວ່າງລັດຖະບານຫວຽດນາມ ແລະ ລາວ ແລະ ການປຶກສາຫາລືຂັ້ນລັດຖະມົນຕີການຕ່າງປະເທດຄັ້ງທີ 7; ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວຢູ່ 2 ປະເທດເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນຊາດຂອງລາວ.

    ນາຍົກລັດຖະມົນຕີທັງສອງໄດ້ຕີລາຄາສູງການສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນກັນລະຫວ່າງ 2 ປະເທດຢູ່ບັນດາເວທີພາກພື້ນ ແລະ ສາກົນ. ລາວຕີລາຄາສູງຜົນສຳເລັດຂອງຫວຽດນາມໃນບົດບາດເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສ.ປ.ຊ ອາຍຸການ 2020-2021, ເປັນປະທານອາຊຽນ 2020 ແລະ ຢືນຢັນສືບຕໍ່ຮ່ວມມືສະໜັບສະໜູນຫວຽດນາມຈັດຕັ້ງ ກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ຢ່າງສຳເລັດຜົນ.

      ນາຍົກລັດຖະມົນຕີທັງສອງ ໄດ້ແບ່ງປັນຄວາມສຳຄັນຂອງການສືບຕໍ່ເພີ່ມທະວີຄວາມສາມັກຄີ, ເຫັນດີເຫັນພ້ອມຂອງອາຊຽນໃນບັນຫາທະເລຕາເວັນອອກ, ສົມທົບກັນໃນການເຈລະຈາເພື່ອບັນລຸກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ ແລະ ແທດຈິງ ສອດຄ່ອງກັບກົດໝາຍສາກົນ ໃນນັ້ນມີສົນທິສັນຍາ ສ.ປ.ຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ