ປະທານາທິບໍດີອີຣານ: ອາເມລິກາໄດ້ພາດໂອກາດຍົກເລີກບັນດາມາດຕະການລົງໂທດ

(VOVWORLD) -ອາເມລິກາ ໄດ້ພາດໂອກາດປະຫວັດສາດເພື່ອຍົກເລີກບັນດາຄຳສັ່ງລົງໂທດສຳລັບອີຣານ ຍ້ອນໂລກລະບາດໂຄວິດ-19.

ປະທານາທິບໍດີອີຣານ: ອາເມລິກາໄດ້ພາດໂອກາດຍົກເລີກບັນດາມາດຕະການລົງໂທດ - ảnh 1 ທ່ານປະທານາທິບໍດີອີຣານ Hassan Rouhani

(ພາບປະກອບ: AFP/TTXVN)

ວັນທີ 01 ເມສາ, ທ່ານປະທານາທິບໍດີອີຣານ Hassan Rouhani ຖືວ່າ, ອາເມລິກາ ໄດ້ພາດໂອກາດປະຫວັດສາດເພື່ອຍົກເລີກບັນດາຄຳສັ່ງລົງໂທດສຳລັບອີຣານ ຍ້ອນໂລກລະບາດໂຄວິດ-19. ທ່ານປະທານາທິບໍດີ Rouhani ຊີ້ແຈ້ງວ່າ: “ນີ້ແມ່ນໂອກາດໃຫຍ່ສຳລັບອາເມລິກາ ເພື່ອຂໍໂທດ ແລະ ຍົກເລີກບັນດາຄຳສັ່ງລົງໂທດທີ່ບໍ່ຍຸຕິທຳ ແລະ ໄຮ້ເຫດຜົນສຳລັບອີຣານ.”

        ນອກນັ້ນ, ທ່ານປະທານາທິບໍດີອີຣານ ກໍ່ຢືນຢັນວ່າ, ຄຳສັ່ງລົງໂທດຂອງອາເມລິກາ ບໍ່ສາມາດກີດຂວາງຄວາມມານະພະຍາຍາມຂອງເຕເຮຣານ ໃນການປ້ອງກັນ, ຄວບຄຸມໂລກລະບາດໂຄວິດ- 19 ໄດ້, ຍ້ອນປະເທດນີ້ມີຄວາມສາມາດຜະລິດບັນດາເຄື່ອງວັດຖຸອຸປະກອນທີ່ຈຳເປັນ ເພື່ອຮັບໃຊ້ໃຫ້ແກ່ວຽກງານຄວບຄຸມໂລກລະບາດ.

        ໃນສະພາບໂລກລະບາດໂຄວິດ-19 ມີການຜັນແປຢ່າງສັບສົນ, ມີບາງປະເທດຄື ສະຫະລັດອາຣັບເອັມມີເລັດ (UAE), ຈີນ, ອັງກິດ, ຝລັ່ງ… ໄດ້ສົ່ງບັນດາເຄື່ອງອຸປະກອນການແພດໄປ ໜູນຊ່ວຍອີຣານ.

ຕອບກັບ

ຂ່າວ/ບົດ​ອື່ນ