ປະທານາທິບໍດີ ຊີຣີ Bashar Al Assad ຂຶ້ນແຜນການຢ້ຽມຢາມ ສປປ ເກົາຫຼີ

(VOVWORLD) - ພວມຂຶ້ນແຜນການຢ້ຽມຢາມ ສປປ ເກົາຫຼີ ແລະ ພົບປະກັບການນຳ Kim Jong – un
ປະທານາທິບໍດີ ຊີຣີ Bashar Al Assad ຂຶ້ນແຜນການຢ້ຽມຢາມ ສປປ ເກົາຫຼີ - ảnh 1ການນຳ ສປປ ເກົາຫຼີ ແລະ ຊີຣີ

ສຳນັກຂ່າວສານສູນກາງ ສປປ ເກົາຫຼີ KCNA ໄດ້ໃຫ້ຂ່າວເມື່ອວັນທີ 3 ມິຖຸນາວ່າ: ທ່ານປະທານາທິບໍດີ ຊີຣີ Bashar Al Assad ໄດ້ແຈ້ງໃຫ້ຊາບວ່າ: ພວມຂຶ້ນແຜນການຢ້ຽມຢາມ ສປປ ເກົາຫຼີ ແລະ ພົບປະກັບການນຳ Kim Jong – un. ຕາມ KCNA ແລ້ວ, ທ່ານປະທານາທິບໍດີ ຊີຣີ Bashar Al Assad ໄດ້ສະເໜີຂໍ້ມູນຂ່າວນີ້ໃນວັນທີ 30 ພຶດສະພາ ເມື່ອຮັບຈົດໝາຍມອບສິດຂອງທ່ານ Mun Jong – nam, ເອກອັກຄະລັດຖະທູດ ສປປ ເກົາຫຼີ ປະຈຳ ຊີຣີ. ທ່ານປະທານາທິບໍດີ Bashar Al Assad ຢັ້ງຢືນວ່າ: ໂລກຊົມເຊີຍບັນດາເຫດການສຳຄັນທີ່ຈັດຂຶ້ນໃນແຫຼມ ເກົາຫຼີ ແລະ ສະແດງຄວາມເຊື່ອໝັ້ນວ່າ ການນຳ ສປປ ເກົາຫຼີ Kim Jong – un ຈະບັນລຸຜົນສຳເລັດໃນການສ້າງຄວາມເປັນເອກະພາບໃນ 2 ພາກເກົາຫຼີ ຄືນໃໝ່. ລັດຖະບານ ຊີຣີ ຈະສະໜັບສະໜູນບັນດານະໂຍບາຍ ແລະ ມາດຕະການທີ່ລັດຖະບານ ສປປ ເກົາຫຼີ ຍົກອອກມາ ກໍ່ຄືເພີ່ມທະວີ ແລະ ພັດທະນາສາຍພົວພັນມິດຕະພາບກັບ ສປປ ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ