ພິທີປິດກອງປະຊຸມຄັ້ງທີ 12 ຂອງຄະນະປະຈຳສະພາແຫ່ງຊາດ

(VOVWORLD) - ບັນດາອົງການຄວນກະກຽມແຜນຮ່າງແຈ້ງການສະຫຼຸບກ່ຽວກັບ ດ້ານເນື້ອໃນທີ່ກ່ຽວຂ້ອງເຖິງແຕ່ລະຂົງເຂດຮັບຜິດຊອບຂອງຕົນ. 
ພິທີປິດກອງປະຊຸມຄັ້ງທີ 12 ຂອງຄະນະປະຈຳສະພາແຫ່ງຊາດ - ảnh 1ພາບປະກອບ 

ວັນທີ 12 ກໍລະກົດ, ພາຍໃຕ້ການເປັນປະທານກອງປະຊຸມ ຂອງ ທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ ຫວຽດນາມ, ຄະນະປະຈຳສະພາແຫ່ງຊາດ ໄດ້ປິດກອງປະຊຸມຄັ້ງທີ 12, ກ່າວຄຳເຫັນປິດກອງປະຊຸມ, ທ່ານ ນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ ສະເໜີໃຫ້ບັນດາອົງການທີ່ກ່ຽວຂ້ອງຮັບເອົາຄຳເຫັນຂອງຄະນະປະຈຳສະພາແຫ່ງຊາດ, ປັບປຸງບັນດາມະຕິ, ບົດລາຍງານ ແລະ ບັນດາເອກະສານອື່ນໆທີ່ກ່ຽວຂ້ອງເຖິງບັນດາເນື້ອໃນທີ່ ຄະນະປະຈຳສະພາແຫ່ງຊາດ ໄດ້ໃຫ້ຄຳເຫັນ, ຕົກລົງ. ພ້ອມທັງ, ບັນດາອົງການຄວນກະກຽມແຜນຮ່າງແຈ້ງການສະຫຼຸບກ່ຽວກັບ ດ້ານເນື້ອໃນທີ່ກ່ຽວຂ້ອງເຖິງແຕ່ລະຂົງເຂດຮັບຜິດຊອບຂອງຕົນ. ທ່ານນາງປະທານສະພາແຫ່ງຊາດ ສະເໜີຄວນເອົາໃຈໃສ່, ຕິດຕາມ, ມີຂໍ້ສະເໜີທັນການ, ເພື່ອໃຫ້ລັດຖະບານແກ້ໄຂ, ຊ່ວຍເຫຼືອຄວາມຫຍຸ້ງຍາກໃຫ້ບັນດາທ້ອງຖິ່ນ, ເປັນຕົ້ນແມ່ນບໍ່ໃຫ້ຊາວເຜົ່າເຂດພູດອຍອຶດຫີວ. ກ່ອນໜ້ານັ້ນ, ຄະນະປະຈຳສະພາແຫ່ງຊາດ ໄດ້ໃຫ້ຄຳເຫັນກ່ຽວກັບການປັບປຸງເປົ້າໝາຍການນຳໃຊ້ທຶນພັນທະບັດສຳຮອງຂອງລັດຖະບານ ໄລຍະ 2012-2015 ຂອງລາຍການກໍ່ສ້າງໂຮງຮຽນຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ