ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງສະຫະພັນບັນດາສະມາຄົມວັນນະຄະດີ, ສິລະປະຫວຽດນາມ

(VOVWORLD) - ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເນັ້ນໜັກເຖິງບົດບາດ, ທີ່ຕັ້ງ, ຄວາມສຳຄັນຂອງວັນນະຄະດີ, ສິລະປະ
ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງສະຫະພັນບັນດາສະມາຄົມວັນນະຄະດີ, ສິລະປະຫວຽດນາມ - ảnh 1 ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງທີ່ກອງປະຊຸມ

ຕອນເຊົ້າວັນທີ 25 ກໍລະກົດ, ຢູ່ຮ່າໂນ້ຍ, ສະຫະພັນບັນດາສະມາຄົມວັນນະຄະດີ, ສິລະປະ ຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງ ແລະ ຕ້ອນຮັບຫຼຽນໄຊຊາວວ່າງ (ດາວຄຳ).

        ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເນັ້ນໜັກເຖິງບົດບາດ, ທີ່ຕັ້ງ, ຄວາມສຳຄັນຂອງວັນນະຄະດີ, ສິລະປະ ແລະ ບັນດາການປະກອບສ່ວນຂອງຖັນແຖວນັກສິລະປະການ ທີ່ມີຕໍ່່ພາລະກິດສ້າງສາປົກປັກຮັກສາ ແລະ ພັດທະນາປະເທດຊາດ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເນັ້ນໜັກວ່າ:

        “ເພື່ອປະຕິບັດສຳເລັດບົດບາດອັນໃຫຍ່ຫຼວງຂອງວັນນະຄະດີ, ສິລະປະໃຫ້ດີທີ່ສຸດນັ້ນ, ພວກເຮົາຄວນຕັ້ງມັນໃນຄວາມຮຽກຮ້ອງຕ້ອງການ, ໜ້າທີ່ລວມຂອງປະເທດຊາດ, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງການສ້າງເສດຖະກິດພັດທະນາໄວ ແລະ ຍືນຍົງ, ປົກປັກຮັກສາເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ໃຫ້ໝັ້ນຄົງ; ກໍ່ສ້າງ, ປັບປຸງພັກ, ສ້າງຖັນແຖວພະນັກງານໃຫ້ມີຄຸນສົມບັດຢ່າງພຽງພໍ, ມີກຳລັງຄວາມສາມາດ ແລະ ມີອິດທິພົນຊື່ສຽງ, ທຽບເທົ່າກັບໜ້າທີ່; ເປີດກ້ວາງການພົວພັນຕ່າງປະເທດ… ເພື່ອສ້າງທ່ວງທ່າໃໝ່, ກຳລັງແຮງໃໝ່ໃຫ້ແກ່ພາລະກິດແຫ່ງການປ່ຽນແປງໃໝ່, ພັດທະນາຢ່າງຮອບດ້ານ ແລະ ຄົບຊຸດ.”

        ທີ່ພິທີສະເຫຼີມສະຫຼອງ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ປະດັບຫຼຽນໄຊ ຊາວວ່າງ (ດາວຄຳ), ເຊິ່ງເປັນຂອງຂວັນອັນສູງສົ່ງຂອງລັດຖະບານທີ່ມອບໃຫ້ ສະຫະພັນບັນດາສະມາຄົມວັນນະຄະດີ ສິລະປະ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ