ຟິລິບປິນແລະໄຕຫວັນ(ຈີນ) ໃຫ້ຄຳໝັ້ນສັນຍາບໍ່ນຳໃຊ້ກຳລັງ ອາວຸດກັບຊາວປະມົງ

ຟິລິບປິນແລະໄຕຫວັນ(ຈີນ) ໃຫ້ຄຳໝັ້ນສັນຍາບໍ່ນຳໃຊ້ກຳລັງ ອາວຸດກັບຊາວປະມົງ - ảnh 1

(ພາບ:tuoitre.vn)

(vovworld)- ຟິລິບ​ປິນ ​ແລະ ​ໄຕ​ຫວັນ (ຈີນ) ຫາ​ບໍ່​ບັນລຸ​ໄດ້ຄຳໝັ້ນສັນຍາ​ບໍ່​ນຳ​ໃຊ້​ກຳລັງ​ອາວຸດ​ໃນ​ບັນດາ​ການ​ພິພາດ​ກ່ຽວ​ກັບ​ການ​ຫາ​ປາ. ​ໃນ​ຖະ​ແຫລ​ງການ​ທີ່​ຍົກ​ອອກມາ​ເມື່ອ​ວັນ​ທີ 15/6, ຜູ້​ຮັບຜິດຊອບ​ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ໄຕ​ຫວັນ​ໃຫ້ຮູ້​ວ່າ: ສອງ​ຝ່າຍ​ບັນລຸ​ໄດ້​ຂໍ້​ຕົກລົງ​ທີ່​ການ​ປະຊຸມ​ຈັດ​ກຽມ​ສອງ​ຝ່າຍ​ຄັ້ງທຳ​ອິດ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ອາຊີບ​ຫາ​ປາ ຊື່​ງຈັດ​ຂຶ້ນ​ຢູ່​ນະຄອນຫລວງ​ມາ​ນີລາ ປະ​ເທດຟິລິບ​ປິນ ​ໃນ​ທ້າຍ​ອາທິດ​ຜ່ານ​ມາ. ຕາມ​ນັ້ນ​ແລ້ວ, ສອງ​ຝ່າຍ​ໃຫ້​ຄຳໝັ້ນສັນຍາ​ຈະ​ຫລີກ​ເວັ້ນການນຳ​ໃຊ້​ກຳລັງ​ອາວຸດ​​ໃນ​ການ​ປະກອບ​ອາຊີບ​ຫາ​ປາ, ຊຸກຍູ້​ການ​ແລກປ່ຽນ​ກ່ຽວ​ກັບ​ຂັ້ນຕອນ ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ການ​ເດີນ​ທະ​ເລ​ຂອງ​ແຕ່ລະ​ຝ່າຍ ​ແລະ ສ້າງ​ກົນ​ໄກ​ປະກາດ​ດ່ວນ​ກ່ຽວ​ກັບ​ບັນດາ​ການ​ກະທຳ​ນຳ​ໃຊ້​ຕໍ່​ບັນດາ​ເຮືອ​ຫາ​ປາ ​ແລະ ລູກ​ເຮືອ​ຂອງ​ກັນ. ສອງ​ຝ່າຍ​ກໍ່​ເຫັນ​ດີ​ຈະ​ພັດທະນາ​ກົນ​ໄກ​ປ່ອຍ​ເຮືອ​ຫາ​ປາ ​ແລະ ລູກ​ເຮືອ​ຂອງ​ກັນ​ຖືກ​ຈັບ​ຢູ່​ກັບ​ທີ່, ສອດຄ່ອງ​ກັບ​ກົດ​ບັດ​ສາກົນ.

ຂ່າວ/ບົດ​ອື່ນ