ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ຫວຽດນາມ ເຈລະຈາ ກັບລັດຖະມົນຕີວ່າການກະຊວງບັນດາກຳລັງປະກອບອາວຸດກຸຍບາ

ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ຫວຽດນາມ ເຈລະຈາ ກັບລັດຖະມົນຕີວ່າການກະຊວງບັນດາກຳລັງປະກອບອາວຸດກຸຍບາ - ảnh 1
(​ການ​ເຈລະຈາລັດຖະມົນຕີ​ວ່າການ 2 ປະເທດ)

(vovworld) – ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ພົນ​ເອກ​ຟຸ່ງກວາງ​ແທງ, ລັດຖະມົນຕີວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທ​ດຫວຽດນາມ, ຄະນະ​ຜູ້​ແທນ​​ທະຫານ​ຂັ້ນ​ສູງ​ສ.ກຸຍ​ບາ ​ໂດຍ ພົນ​ໂທ Leopoldo Cintra Frisa, ລັດຖະມົນຕີ​ວ່າການ​ກະຊວງ​ບັນດາ​ກຳລັງ​ປະກອບ​ອາ​ວຸດ​ປະຕິວັດ​ກຸຍ​ບາ ນຳ​ໜ້າໄດ້​ມາຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ ​ໃນ​ລະຫວ່າງ​ວັນ​ທີ 16 – 23/12.

        ທີ່​ການ​ເຈລະຈາ, ພາຍຫຼັງ​ພິທີ​ຕ້ອນຮັບ​ໃນ​ຕອນ​ເຊົ້າ​ວັນທີ 21/12, ທ່ານ​ລັດຖະມົວ​ຕີ​ວ່າການ ຟຸ່ງກວາງ​ແທງ ​ເນັ້ນ​ໜັກ​ວ່າ, ຍາມ​ໃດ​ພັກ, ລັດ ​ແລະ​ ປະຊາຊົນ​ຫວຽດນາມ ກໍ່​ຈົດ​ຈຳ​ບຸນຄຸນ, ການ​ຊ່ວຍ​ເຫຼືອ​ທີ່​ລ້ຳ​ຄ່າ, ມີ​ປະສິດທິ​ຜົນ​ຂອ​ງ​ພັກ, ລັດ ​ແລະ ປະຊາ​ຊົນ ກຸຍບາ ທີ່​ສະ​ຫງວຍ​ໃຫ້​ແກ່​ຫວຽດນາມ ​ໃນ​ສຸມ​​ເດືອນ​ປີ​ສົງຄາມ ກໍ່​ຄື​ໃນ​ໄລຍະ​ສັນຕິພາບ​ກໍ່​ສ້າງ​ປະ​ເທດ​​ປະຈຸ​ບັນນີ້. ລັດຖະມົນຕີ​ວ່າການ 2 ທ່ານ ​ໄດ້​ປຶກສາ​ຫາ​ລື​ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ມີ​ຄວາມ​ເອົາ​ໃຈ​ໃສ່, ຕີ​ລາຄາ​ການ​ພົວພັນ​ດ້ານ​ປ້ອງ​ກັນຊາ​ດ​ໃນ​ໄລຍະ​ຜ່ານ​ມາ ​​ແລະ ສະ​ເໜີ​ທິດ​ທາງ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາດ​ໃນ​ໄລຍະ​ຈະ​ມາ​ເຖິງ. ລັດຖະມົນຕີ​ວ່າການ​ທັງ 2 ທ່ານ ​ໄດ້​ແລກປ່ຽນ​ບັນດາ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ທີ່​ບັນລຸ​ໄດ້​ໃນ​ຂອບ​ເຂດ​ຂໍ້​ຕົກລົງ​ຮ່ວມ​ມື​ພັດທະນາ​ດ້ານ​ປ້ອງ​ກັນຊາ​ດ​ເຊິ່ງ​ໄດ້​ລົງ​ນາມ​ເມື່ອ​ປີ 2011 ​ແລະ ​ແຜນການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ​ໄລຍະ 2014 – 2016 ​ທີ່​ໄດ້​ລົງ​ນາມ​ໃນ​ປີ 2014; ສະຫຼຸບ​ບັນດາ​ບົດຮຽນ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ​ເພື່ອ​ແນ​ໃສ່​ນຳ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ໃນ​​ໄລຍະຈະ​ມາ​ເຖິງ​ບັນລຸ​ປະສິດທິ​ຜົນ​ທີ່​ນັບ​ມື້​ນັບ​ສູງ, ປະກອບສ່ວນ​ນຳ​ການ​ພົວພັນ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ 2 ຝ່າຍ​ໃຫ້​ນັບມື້​ນັບ​ເຂົ້າ​ສູ່​ລວງ​ເລິກ.

ຂ່າວ/ບົດ​ອື່ນ