ລາຍ​ການ​ສິ​ລະ​ປະ “ພາ​ສາ ຫວຽດ​ ທີ່ຮັກ​ແພງ” ປີ 2024

(VOVWORLD) - ຕອນຄ່ຳວັນທີ 08 ກັນຍາ, ຢູ່ຮ່າໂນ້ຍ, ເນື່ອງໃນໂອກາດວັນເຊີດຊູພາສາ ຫວຽດ ໃນປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ, ຄະນະກຳມະການແຫ່ງລັດ ກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ສົມທົບກັບສະຖານີໂທລະພາບ ຫວຽດນາມ ແລະ ບັນດາອົງການທີ່ກ່ຽວຂ້ອງຈັດຕັ້ງລາຍການສະແດງສິລະປະ “ພາສາ ຫວຽດ ທີ່ຮັກແພງ” ປີ 2024 ດ້ວຍຫົວຂໍ້ “ຄວາມຮັກບ້ານເກີດເມືອງນອນ, ຄວາມຮັກຈິດໜຶ່ງໃຈດຽວ”.
ລາຍ​ການ​ສິ​ລະ​ປະ “ພາ​ສາ ຫວຽດ​ ທີ່ຮັກ​ແພງ” ປີ 2024 - ảnh 1ລາຍການສະແດງສິລະປະ “ພາສາ ຫວຽດ ທີ່ຮັກແພງ” ປີ 2024 (ພາບ: qdnd.vn)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂດ໋ຮຸ່ງຫວຽດ ເນັ້ນໜັກວ່າ ວັນເຊີດຊູພາສາ ຫວຽດ ໄດ້ກາຍເປັນກິດຈະກຳຂອງປະຊາຄົມ, ໂດຍປະຊາຄົມ ແລະ ເພື່ອປະຊາຄົມຢ່າງແທ້ຈິງ. ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດແມ່ນທູດຂອງວັດທະນະທຳ ແລະ ພາສາ ຫວຽດ. ບັນດາຄວາມມານະພະຍາຍາມຂອງພໍ່ແມ່ພີ່ນ້ອງພວມນັບມື້ນັບເພີ່ມພູນຄູນສ້າງ ແລະ ແຜ່ກະຈາຍນ້ຳໃຈຮັກພາສາ ຫວຽດ ບໍ່ພຽງແຕ່ໃນປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດເທົ່ານັ້ນ ຫາກຍັງແຜ່ກະຈາຍເຖິງປະຊາຊົນປະຈຳຖິ່ນ ແລະ ເພີື່ອນມິດໃນ 5 ທະວີບ, ປະກອບສ່ວນຢັ້ງຢືນຄຸນຄ່າວັດທະນະທຳ ຫວຽດນາມ ໃນເວທີສາກົນ.

        ໃນລາຍການ, ທ່ານຮອງປະທານຄະນະກຳມະການແຫ່ງລັດ ກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ  ຫງວຽນແມ້ງດົງ ໄດ້ມອບຫຼຽນກາທີ່ລະນຶກໃຫ້ແກ່ຜູ້ເຂົ້າຮ່ວມການເສັງທີ່ສາມາດຄວ້າໄດ້ນາມມະຍົດ ທູດພາສາ ຫວຽດ ຢູ່ຕ່າງປະເທດໃນການເສັງ “ຊອກຫາທູດພາສາ ຫວຽດ ຢູ່ ຕ່າງປະເທດ ປີ 2024”.

ຕອບກັບ

ຂ່າວ/ບົດ​ອື່ນ