ວົງ​ການ​ເຈົ້າໜ້າທີ່ ສ.​ເກົາຫຼີ ​ແລະ ອາຊຽນ ​ແລກປ່ຽນການ​ຮ່ວມ​ມື​ສອງ​ຝ່າຍ

(VOVWORLD) -ວັນທີ 15 ມິຖຸນາ, ທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ Kang Kyung – wha ໄດ້ໂອ້ລົມຜ່ານທາງໂທລະສັບກັບທ່ານເລຂາທິການໃຫຍ່  ອາຊຽນ Lim Jock Hoi  ເພື່ອປຶກສາຫາລືກ່ຽວກັບແບບວິທີເພີ່ມທະວີການຮ່ວມມືໃນສະພາບການໂລກລະບາດໂຄວິດ - 19. 
ວົງ​ການ​ເຈົ້າໜ້າທີ່ ສ.​ເກົາຫຼີ ​ແລະ ອາຊຽນ ​ແລກປ່ຽນການ​ຮ່ວມ​ມື​ສອງ​ຝ່າຍ - ảnh 1 ທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ Kang Kyung – wha ແລະ ທ່ານເລຂາທິການໃຫຍ່  ອາຊຽນ Lim Jock Hoi(ພາບປະກອບ: Yonhap/baoquocte.vn)

   ທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ Kang Kyung – wha  ໃຫ້ຮູ້ວ່າ ເຊີອູນ ພວມຄິດໄລ່ຊັ່ງຊາບັນດາມາດຕະການອະນຸຍາດໃຫ້ນັກທຸລະກິດຂອງບັນດາປະເທດ ອາຊຽນ ເຂົ້າເມືອງປະເທດນີ້ ເພື່ອປະຕິບັດບັນດາການເຄື່ອນໄຫວເສດຖະກິດທີ່ຈໍາເປັນ. ນອກຈາກນັ້ນ, ກ່ຽວຂ້ອງເຖິງສະພາບການແຜ່ລະບາດຂອງໂລກລະບາດໂຄວິດ - 19 ຢູ່ສ.ເກົາຫຼີ ແລະ ຄວາມມານະພະຍາຍາມສືບຕໍ່ປະຕິບັດການແຍກຕົວ, ທ່ານນາງ Kang Kyung – wha  ຮຽກຮ້ອງໃຫ້ຄະນະເລຂາ ອາຊຽນ ສວມບົດບາດຕັ້ງໜ້າເຂົ້າໃນການສົມທົບຄວາມມຸ່ງຫວັງ ແລະ ກໍາລັງຄວາມສາມາດຂອງບັນດາປະເທດໃນສະມາຄົມ ເພື່ອຜ່ານຜ່ານໂລກລະບາດດັ່ງກ່າວ.

        ສ່ວນທ່ານ Lim Jock Hoi ກໍເຫັນດີ ໂດຍຖືວ່າ ອາຊຽນ ແລະ ສ.ເກົາຫຼີ ຄວນສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອຊ່ວຍຊຸກຍູ້ບັນດາພື້ນຖານເສດຖະກິດທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19. ປັດຈຸບັນ, ອາຊຽນ ແມ່ນເປົ້າໝາຍບຸລິມະສິດໃນແຜນການກາຍເປັນສູນການເງິນສາກົນ ຂອງ ສ.ເກົາຫຼີ. 

ຕອບກັບ

ຂ່າວ/ບົດ​ອື່ນ