ວາງລະເປິດຢ່າງລຽນຕິດຢູ່ອີຣັກ,ກ່ວາ100ຄົນເສຍຊີວິດແລະຮັບບາດເຈັບ

ວາງລະເປິດຢ່າງລຽນຕິດຢູ່ອີຣັກ,ກ່ວາ100ຄົນເສຍຊີວິດແລະຮັບບາດເຈັບ - ảnh 1
ສະຖານທີ່ເກີດເຫດຢູ່ເມືອງ Karrada
(ພາບ: AFP/TTXVN)

(vovworld) - ວົງ​ການ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ສາທາລະນະ​ສຸກ ອີຣັກ ​ໄດ້ປະກາດວ່າວັນ​ທີ 13/5 ​ໄດ້ເກີດ​ບັນດາ​​ເຫດວາງ​ລະ​ເບີດຢູ່​ເຂດ​ທີ່​ມີ​ຊາວ​ອິດສະ​ລາມ ນິກາຍ Shiite ​ເປັນ​ຈຳນວນ​ຫຼາຍ, ທີ່ດຳ​ລົງ​ຊີວິດ​ຢູ່​ນະຄອນຫຼວງ ​ແບ​ດ​ແດດ, ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີ​ກ່ວາ 25 ຄົນ​ເສຍ​ຊີວິດ ​ແລະ ກ່ວາ 80 ຄົນ​ຖືກ​ຮັບ​ບາດ​ເຈັບ. ນີ້​ແມ່ນ​ບັນດາ​ການ​ບຸກ​ໂຈມ​ຕີ​ທີ່​ນອງ​ເລືອດ​ຄັ້ງ​ທຳ​ອິດ​ທີ່​ໃສ່​​ນະຄອນຫຼວງ ​ແບ​ດ​ແດດ ນັບ​ແຕ່​ພາຍຫຼັງ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ໃນ​ວັນ​ທີ 30/4. ປະຈຸ​ບັນ, ບໍ່​ທັນ​ມີ​ອົງການ​​ໃດ​ກ່າວ​ຮັບຜິດຊອບ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ດັ່ງກ່າວ. ​ເຖິງ​ຢ່າງ​​ໃດ​ກໍ່ຕາມ, ​ໃນ​​ໄລຍະ​ຜ່ານມາ, ບັນດາ​ກຸ່ມທີ່ກ່ຽວ​ຂ້ອງ​ເຖິງ​​ເຄືອ​ຂ່າຍ​ກໍ່​ການ​ຮ້າຍ Al Qaeda​ ​ແລະ ບັນດາ​ມື​ປືນ​ຊາວ Sunni ​ເຄີຍ​ຖືກ​ກ່າວ​ຫາ​ໄດ້​ປະຕິບັດ​ການວາງ​ລະ​ເບີດ​ສະຫຼະ​ຊີບ ​ແລະ ວາງ​ລະ​ເບີດ​ລົດ​ໂອ​ໂຕ​​ໃນ​ບັນດາ​​ເຂດ​ສາທາລະນະ ​ແລະ ສຳນັກງານ​ອຳນາດ​ການ​ປົກ​ຄອງ​ເພື່ອ​ທຳລາຍ​ອິດ​ທິພົນ​ຊື່​ສຽງ​ຂອງ​ລັດຖະບານ​ໂດຍ​ຊາວ ​Shiite ນຳພາ.



ຂ່າວ/ບົດ​ອື່ນ