ວາລະປະຊຸມຄັ້ງທີ 14 ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ 14

(VOVWORLD) -ທີ່ວາລະປະຊຸມຄັ້ງທີ 14 ຂອງຄະນະປະຈຳສະພາແຫ່ງຊາດ ໃນວັນທີ 14 ກັນຍາ, ຄະນະປະຈຳສະພາແຫ່ງຊາດ ໄດ້ໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການແກ່ງແຍ້ງ (ສະບັບປັບປຸງ).

ວາລະປະຊຸມຄັ້ງທີ 14 ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ 14 - ảnh 1 ວາລະປະຊຸມຄັ້ງທີ 14 ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ 14

(ພາບ: TTXVN)

ມີຫຼາຍຄຳເຫັນໄດ້ເຫັນດີກັບໃບຍື່ນສະເໜີຂອງລັດຖະບານ ກ່ຽວກັບຄວາມຈຳເປັນຕ້ອງປັບປຸງກົດໝາຍວ່າດ້ວຍການແກ່ງແຍ້ງຢ່າງຮອບດ້ານ ເພື່ອແນໃສ່ປັບກອບສ່ວນສ້າງກອບກົດໝາຍໃຫ້ຄົບຊຸດ, ຮັບປະກັນການແກ່ງແຍ້ງຢ່າງສະເໝີພາບ, ບໍ່ມີການຈຳແນກການປະພຶດລະຫວ່າງບັນດາພາກສ່ວນເສດຖະກິດ, ເພີ່ມທະວີປະສິດທິຜົນ, ປະສິດທິພາບ ແລະ ມີລັກສະນະໂປ່ງໄສໃນການປະຕິບັດກົດໝາຍກ່ຽວກັບການແກ່ງແຍ້ງ… ອະພິປາຍທີ່ວາລະປະຊຸມ, ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ເຈີ່ນຕວນແອງ, ໃຫ້ຮູ້ວ່າ.

        “ໃນບັນດາມາດຕາລະອຽດຂອງຮ່າງກົດໝາຍວ່າດ້ວຍການແກ່ງແຍ້ງນີ້ ພວກຂ້າພະເຈົ້າໄດ້ຮັບປະກັນການສ້າງບັນດາກົນໄກ ກໍຄືຫຼັກການພື້ນຖານເພື່ອຮັບປະກັນການເຄື່ອນໄຫວ ແລະ ຖານະດ້ານກົດໝາຍຂອງອົງການ, ຮັບປະກັນລັກສະນະເອກະລາດພໍສົມຄວນ ແລະ ຮັບປະກັນຄວາມຍຸຕິທຳໃນການເຄື່ອນໄຫວຂອງອົງການນັ້ນ.”

        ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖືວ່າ, ເລື່ອງປັບປຸງກົດໝາຍວ່າ ດ້ວຍການແກ່ງແຍ້ງ ແມ່ນມີຄວາມຈຳເປັນ ຍ້ອນວ່າກົດໝາຍພວມປະກາດໃຊ້ໃນປະຈຸບັນມີຍັງບໍ່ເໝາະສົມກັບສະພາບການໃໝ່, ເຊື່ອມໂຍງເຂົ້າກັບສາກົນໃຫ້ນັບມື້ນັບເລິກເຊິ່ງ, ກວ້າງຂວາງຄືໃນປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ