ວາລະປະຊຸມຄັ້ງທີ 17 ຂອງຄະນະປະຈຳສະພາແຫ່ງຊາດ ຖືກດຳເນີນແຕ່ 9 -18/4

ວາລະປະຊຸມຄັ້ງທີ 17 ຂອງຄະນະປະຈຳສະພາແຫ່ງຊາດ ຖືກດຳເນີນແຕ່ 9 -18/4 - ảnh 1
ພາບປະກອບ

(vovworld) - ວາລະ​ປະຊຸມ​ຂ​ອງຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ຈະ​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນ​ແຕ່​ວັນ​ທີ 9 -18/4/2013. ທີ່​ວາລະ​ປະຊຸມຄັ້ງ​ນີ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຈະ​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ຫຼາຍ​ບັນຫາ​ສຳຄັນ​ຄື: ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ, ຄາດ​ຄະ​ເນ​ລາຍການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ປີ 2014, ຄາດ​ຄະ​ເນ​ໂຄງການ​ສ້າງ​ກົດໝາຍ, ລັດຖະບັນຍັດ​ປີ 2014 ​ແລະ ​ປັບປຸງ​ໂຄງການ​ສ້າງ​ກົດໝາຍ, ລັດຖະບັນຍັດ​ປີ 2013 ​ແລະ ຊຸດ​ທີ 13 ຂອງ ສະພາ​ແຫ່ງຊາດ.​.​. ກ່ຽວ​ກັບ​ວຽກ​ງານ​ສ້າງ​ກົດ​ໝາຍ, ​ໃນ​ວາລະ​ປະຊຸມ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຈະ​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ບາງ​ບັນຫາ​ສຳ​ຄັນ, ຍັງ​ມີ​ຄຳ​ເຫັນ​ທີ່​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດ​ໝາຍ​ສະບັບ​ຕ່າງໆ​ຄື: ກົດໝາຍ​ວ່າດ້ວຍ​ການ​ປ​້ອງກັນ, ຫລຸດຜ່ອນ​ໄພພິບັດ​ທຳ​ມະ​ຊາດ, ກົດໝາຍ​ວ່າ​ດ້ວຍ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ (ສະບັບ​ປັບປຸງ), ກົດໝາຍ​ວ່າ​ດ້ວຍ​ການ​ສຶກສາ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ).​.​.​. ຄະນະປະຈຳ​ສະພາ​ແຫ່ງ​ຊາດ ​ກໍ່​ຈະ​ໃຫ້​ຄຳ​ເຫັນ​​ແກ່ບັນດາ​ຮ່າງ​ກົດໝາຍ: ກົດໝາຍວ່າ​ດ້ວຍ​ການ​ປ້ອງ​ກັນ ​ແລະ ​ກວດ​ໂລກລະບາດ​ສຳລັບພືດ, ກົດໝາຍວ່າ​ດ້ວຍ​ວຽກ​ເຮັດ​ງານ​ທຳ ​ແລະ ກົດໝາຍ​ວ່າ​ດ້ວຍ​ແນວ​ໂຮມ​ປະ​ເທດ​ຊາດ (ສະບັບ​ປັບປຸງ).

ຂ່າວ/ບົດ​ອື່ນ