ສປປ.ເກົາຫຼີ ຮຽກຮ້ອງໃຫ້ສ.ເກົາຫຼີ ຢຸດຕິການຊ້ອມຮົບດ້ານການທະຫານ

ສປປ.ເກົາຫຼີ ຮຽກຮ້ອງໃຫ້ສ.ເກົາຫຼີ ຢຸດຕິການຊ້ອມຮົບດ້ານການທະຫານ - ảnh 1
(ພາບປະກອບ: Reuters)

(vovworld) – ວັນ​ທີ 11/01, ສປປ.​ເກົາຫຼີ ​ໄດ້​ຮຽກຮ້ອງ​ໃຫ້​ສ.​ເກົາຫຼີ ຢຸດຕິ​​ການ​ຊ້ອມ​ຮົບ​ດ້ານ​ກາ​ນທະ​ຫານທັງ​ໝົດ, ລວມທັງ​ການ​ຊ້ອມ​ຮົບ​ຮ່ວມ​ກັບ​ອາ​ເມ​ລິ​ກາ, ​ຖ້າ​ຫາ​ກ​ເຊີ​ອູ​ນ ຢາກ​ປັບປຸງ​ການ​ພົວພັນ​ລະຫວ່າງ​ສປປ.​ເກົາຫຼີ ​ແລະ ສ.​ເກົາຫຼີ ຢ່າງ​ແທດ​ຈິງ. ໜັງ​ສື່​ພິມ “Minju Joson” ຂອງ​ກະຊວງ​ພາຍ​ໃນ​ສປປ.​ເກົາຫຼີ ຊີ້​ແຈ້ງວ່າ, ການ​ຊ້ອມ​ຮົບ​ສົງຄາມ ​ແລະ ການ​ເຈລະຈາ​ບໍ່​ສາມາດ​ຄົງ​ຕົວ​ພ້ອມ​ກັນ​ໄດ້. ໜັງ​ສື່​ພິມ​ນີ້​ໄດ້ກ່າວ​ເຕື່ອນ​ເລື່ອງສ.​ເກົາຫຼີ ສືບ​ຕໍ່​ດຳ​ເນີນ​ບັນດາ​ການ​ຊ້ອມ​ຮົບ ​ສົ່ງ​ຜົນ​ສະທ້ອນ​ເຖິງ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ແກຼມ​ເກົາຫຼີ ກໍ່​ຄື​​ເລື່ອງ​ປັບປຸງ​ການ​ພົວພັນ​ລະຫວ່າງ​ສປປ.​ເກົາຫຼີ ​ແລະ ສ.​ເກົາຫຼີ. ຖ້າ​ຫາກ​ຕັດສິນ​ໃຈ​ປັບປຸງການ​ພົວພັນ​ລະຫວ່າງ​ສປປ.​ເກົາຫຼີ ​ແລະ ສ.​ເກົາຫຼີ ຜ່ານ​ການ​ເຈລະຈາ, ສ.​ເກົາຫຼີ ຕ້ອງ​ຢຸດຕິ​ບັນດາ​ການ​ຊ້ອມ​ຮົບ​ດ້ານ​ການ​ທະຫານພ້ອມ​ກັບ​ກຳລັງ​ຕ່າງປະ​ເທດ.

ຂ່າວ/ບົດ​ອື່ນ