ສື່ມວນຊົນຍີ່ປຸ່ນໃຫ້ຂ່າວຢ່າງລະອຽດກ່ຽວກັບການຮ່ວມມືລະຫວ່າງຫວຽດນາມ-ຍີ່ປຸ່ນ

ສື່ມວນຊົນຍີ່ປຸ່ນໃຫ້ຂ່າວຢ່າງລະອຽດກ່ຽວກັບການຮ່ວມມືລະຫວ່າງຫວຽດນາມ-ຍີ່ປຸ່ນ - ảnh 1
ສື່ມວນຊົນຍີ່ປຸ່ນໃຫ້ຂ່າວຢ່າງລະອຽດ
ກ່ຽວກັບການຮ່ວມມືລະຫວ່າງຫວຽດນາມ-ຍີ່ປຸ່ນ
(ພາບ:kienthuc.net.vn)

(vovworld) - ສື່​ມວນ​ຊົນ​ຍີ່ປຸ່ນ ສະບັບ​ອອກ​ວັນ​ທີ 16 ​ແລະ 17/9 ​ໄດ້​ໃຫ້​ຂ່າວ​ກ່ຽວ​ກັບ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຢ່າງ​ເປັນ​ທາງ​ການ​ຂອງ ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນ​ິດຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ແລະ ຕີ​ລາຄາ​ສູງ​ການ​ພົວພັນ​ຮ່ວມ​ມື​ຫວຽດນາມ - ຍີ່ປຸ່ນ ​ໃນ​ທຸກ​ຂົງ​ເຂດ. ດ້ວຍ​ຫົວ​ຂໍ່ວ່າ: “ຖະ​ແຫຼ​ງການ​ຮ່ວມ​ຫວຽດນາມ - ຍີ່ປຸ່ນ: ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນ​ຂົງ​ເຂດ​ເສດຖະກິດ ​ແລະ ຄວາມ​ສະ​ຫົງ​ບປອດ​ໄພ​ບົນ​ທະ​ເລ“. ບົດ​ຂຽນ​ໃນ​ໜັງສືພິມ “Sankei“ ​ເຊິ່ງ​ແມ່ນ​ໜັງສືພິມ​ເສດຖະກິດ​ລາຍ​ວັນ​ສຳຄັນ​ຂອງ​ຍີ່ປຸ່ນ​, ​ເນັ້ນ​ໜັກ​ວ່າ, ຫວຽດນາມ ​ແລະ ຍີ່ປຸ່ນ​ ຈະ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ໃນ​ບັນຫາ​ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ທະ​ເລ, ກໍ່​ຄື​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ການ​ຮັບປະກັນ​ຄວາມ​ປອດ​ໄພ​ທາງ​​ເຄືອ​ຂ່າຍອິນ​ເຕີ​ແນ​ດ. ສຳລັບ​ບັນຫາ​ເສດຖະກິດ, ການ​ນຳ​ສອງ​ປະ​ເທດ​​ໃຫ້​ຄຳ​ໝັ້ນ​ສັນຍາ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ກະສິກຳ ​ແລະ ພະລັງງານ. ຕາມ​ບົດ​ລາຍ​ງານ​ດັ່ງກ່າວ, ສອງ​ຝ່າຍ​ຢັ້ງຢືນ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ແນ​ໃສ່​ປະຕິບັດ​ສຳ​ເລັດ​ວິວັດ​ການ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຍຸດ​ທະ​ສາດ​ຂ້າມ​ປາຊີ​ຟິກ (TPP).

ສ່ວນ​ໜັງສືພິມ​ລາຍ​ວັນ​ຕ່າງໆ​ຂອງ​ຍີ່ປຸ່ນ​ເຊັ່ນ: “Mainichi“ “Yomiuri“… ກໍ່​ໃຫ້​ຂ່າວ​ຢ່າງ​ລະອຽດ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ຍີ່​ປຸ່ນ ​ໃນ​ຂົງ​ເຂດ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ​ເສດຖະກິດ. ສ່ວນ​ໜັງສືພິມ “Japan Times“ ​ເປັນ​ພາສາ​ອັງກິດ​ກໍ່​ລົງ​ພິມ​ເນື້ອ​ໃນ​ການ​ປະຊຸມ​ຂ່າວ​ລະຫວ່າງ ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ  ​ແລະ ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Abe ພາຍຫຼັງ​ການ​ເຈລະຈາ​ສອງ​ຝ່າຍ​ທີ່​ສຳນັກງານ​ລັດຖະບານ.

ຂ່າວ/ບົດ​ອື່ນ