ສະເຫຼີມສະຫຼອງ 36 ປີ ແຫ່ງໄຊຊະນະໃນສົງຄາມປົກປັກຮັກສາຊາຍແດນທາງທິດຕາເວັນຕົກສ່ຽງໃຕ້

ສະເຫຼີມສະຫຼອງ 36 ປີ ແຫ່ງໄຊຊະນະໃນສົງຄາມປົກປັກຮັກສາຊາຍແດນທາງທິດຕາເວັນຕົກສ່ຽງໃຕ້ - ảnh 1
ທ່ານ Sim Sokhom, ຫົວໜ້າ​ສະຖານກົງສູນ​ລາຊະ​ອານາຈັກ​ກຳປູ​ເຈຍ ​ປະຈຳ​ນະຄອນ ​ໂຮ່ຈີ​ມິນ

(vovworld) - ຕອນ​ເຊົ້າ​ວັນ​ທີ 6/1, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ​ໂຮ່ຈີ​ມິນ​ ໄດ້​ຈັດ​ຕັ້ງ​ງານ​ພົບ​ປະ​ສ້າງສັນສະ​ເຫຼີ​ມ ສະຫຼອງ 36 ປີ ​ແຫ່ງ​ໄຊຊະນະ​ໃນ​ສົງຄາມ​ປົກ​ປັກ​ຮັກສາ​ຊາຍ​ແດນ​ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ໃຕ້ ​ແລະ ​ພ້ອມ​ກັບທະຫານ, ປະຊາຊົນ​ກຳປູ​ເຈຍ​ສະ​ເຫຼີ​ມສະຫຼອງ​ໄຊຊະນະລະບອບ​ດັບ​ສູນ​ເຊື້ອ​ຊາດ (7/1/1979-7/1/2015). ກ່າວຄຳ​ເຫັນ​ນະ​ພິທີ, ທ່ານ Sim Sokhom, ຫົວໜ້າ​ສະຖານກົງສູນ​ລາຊະ​ອານາຈັກ​ກຳປູ​ເຈຍ ​ປະຈຳ​ນະຄອນ ​ໂຮ່ຈີ​ມິນ, ຊີ້​ແຈ້ງວ່າ:

        “ພິທີ​ສະ​ເຫຼີ​ມສະຫຼອງ​ໃນ​ມື້​ນີ້, ​ເພື່ອ​ຫວນ​ຄືນ​ເຫດການ​ປະຫວັດສາດ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ, ນັ້ນ​ແມ່ນ​ໄຊຊະນະ​ລວມຂອງ​ສອງ​ຊາດ​ກຳປູ​ເຈຍ ​ແລະ ຫວຽດນາມ. ບັນດາ​ຜົນງານ​ທີ່ປະຊາຊົນ​ກຳປູ​ເຈຍ ຍາດ​ມາ​ໄດ້​ແມ່ນ​ບໍ່​ສາມາດ​ຕັດ​ແຍກ​ອອກ​ຈາກ​ການ​ຊ່ວຍ​ເຫຼືອ​ອັນ​ລຳ້​ຄ່າ​ຂອງ​ລັດຖະບານ, ກອງທັບ ​ແລະ ປະຊາຊົນ​ຫວຽດນາມ​ໄດ້. ຈາກ​ນັ້ນ​ສາມາດຢືນຢັນ​ໄດ້​ວ່າ, ບໍ່​ມີ​ໃຜ​ສາມາດ​ເສກ​ສັນ​ປັ້ນ​ແຕ່ງ​ປະຫວັດສາດ, ພິ​ເສດ​ແມ່ນ​ຄວາມ​ໝັ້ນຄົງ​ຂອງ​ນຳ້​ໃຈ​ສາມັກຄີ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງປະຊາຊົນ​ຫວຽດນາມ ​ແລະ​ກຳປູ​ເຈຍ​ “.

        ທີ່​ພິທີ, ບັນດາ​ຜູ້​ແທນ​ກໍ່​ຢືນຢັນ​ວ່າ, ວັນ​ທີ 7/1/1979 ​ແມ່ນ​ຂີດ​ໝາຍ​ແຫ່ງ​ນຳ້​ໃຈ​ສາມັກຄີ​ສາກົນ​ທີ່​ບໍລິສຸດ, ​ແຫ່ງ​ນຳ​ໃຈ​ສາມັກ​ຄີ​ມິດຕະພາບ​ແບບ​ພິ​ເສດ​ລະຫວ່າງ​ສອງ​ຊາດ​ກຳປູ​ເຈຍ - ຫວຽດນາມ ດ້ວຍ​ເລື່ອງ​ນຳ​ປະ​ເທດ​ກຳປູ​ເຈຍ ຫຼຸ​ດພົ້ນ​ອອກ​ຈາກ​ໄພ​ດັບ​ສູນ​ເຊື້ອ​ຊາດ​ຂອງ​ລະບອບ Ponpot Ieng Sary, ​ເພື່ອ​ກ້າວ​ເຂົ້າ​ສູ່​ສັງກາດ​ໃໝ່.

ຂ່າວ/ບົດ​ອື່ນ