ສ.ເກົາຫຼີ ແລະ UAE ຍົກລະດັບການພົວພັນ 2 ຝ່າຍ

(VOVWORLD) -ວັນທີ 25 ມີນາ, ທີ່ Abu Dhabi ໄດ້ດຳເນີນການພົບປະລະຫວ່າງ ອົງມົງກຸດລາດຊະກຸມມານ ສະຫະລັດ ອາຣັບ ເອມີເລັດ (UAE) Mohammed bin Zayed Al-Nahyan ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ທີ່ພວມຢູ່ຢ້ຽມຢາມ UAE.
ສ.ເກົາຫຼີ ແລະ UAE ຍົກລະດັບການພົວພັນ 2 ຝ່າຍ - ảnh 1ສ.ເກົາຫຼີ ແລະ UAE ຍົກລະດັບການພົວພັນ 2 ຝ່າຍ ພາບ: Yonhap/TTXVN) 

ທີ່ການພົບປະ, 2 ຝ່າຍໄດ້ເຫັນດີເປັນເອກະພາບຍົກການພົວພັນລະຫວ່າງ 2 ປະເທດຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດພິເສດ”, ຊຶ່ງອາດຈະເປີດໂອກາດໃຫ້ການຊຸກຍູ້ສາຍພົວພັນ 2 ຝ່າຍ ແລະ ການຮ່ວມມືເສດຖະກິດຂຶ້ນສູ່ລະດັບເປັນພັນທະມິດ.

        ທ່ານປະທານາທິບໍດີ Moon Jae-in ເລີ່ມຕົ້ນການຢ້ຽມຢາມ UAE ຢ່າງເປັນທາງການແຕ່ວັນທີ 24 ມີນາ. ໃນການຢ້ຽມຢາມ, ທ່ານປະທານາທິບໍດີ Moon Jae-in ຈະພົບປະກັບ ພະມະຫາກະສັດ Mohammed bin Rashid Al Maktoum ແລະ ທ່ານນາຍົກລັດຖະມົນຕີ UAE ກ່ອນທີ່ຈະກັບເມືອປະເທດໃນວັນທີ 27 ມີນາ.

ຕອບກັບ

ຂ່າວ/ບົດ​ອື່ນ