ຫວຽດນາມມີໜ້າທີ່ຮັບຜິດຊອບເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສປຊ

ຫວຽດນາມມີໜ້າທີ່ຮັບຜິດຊອບເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສປຊ - ảnh 1
ພົນ​ໂທ ຫງວຽນ​ຈິ​ວິ້ງ, ກ່າວ​ຄຳ​ເຫັນ​ໄລ​ກອງ​ປະຊຸມ​ສຳ​ມະ​ນາ
(ພາບ: TTXVN)

​​(vovworld) - ຕອນ​ເຊົ້າ​ວັນ​ທີ 27/07, ຢູ່​ຮ່າ​ໂນ້ຍ, ສູນ​ປົກ​ປັກ​ຮັກສາ​ສັນຕິພາບ​ຫວຽດນາມ ​ໄດ້​ເປັນ​ປະທານ​ສົມທົບ​ກັບ​ໂຄງການ​ຂໍ້​ລິ​ເລີ່​ມ​ເຄື່ອນ​ໄຫວສັນຕິ​ພາບ​ທົ່ວ​ໂລກ ​ສັງ​ກັດ​ກອງ​ບັນຊາ​ການ​ກອງທັບ​ບົກ​ມະຫາ​ສະໝຸດປາຊີ​ຟິກ ອາ​ເມ​ລິ​ກາ ຈັດ​ຕັ້ງ​ກອງ​ປະຊຸ​ມສຳ​ມະ​ນາສາ​ກົນ​ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ກຳລັງ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ສະຫະ​ປະຊາ​ຊາດ.

        ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ​ສຳ​ມະ​ນາ, ພົນ​ໂທ ຫງວຽນ​ຈິ​ວິ້ງ, ລັດຖະມົນຕີ​ຊ່ວຍ​ວ່າ​ການ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໃຫ​້ຮູ້​ວ່າ, ​ເຖິງ​ວ່າ​ກອງ​ປະຊຸມ​ສຳ​ມະ​ນາ​ຖືລັກສະນະ​​ເຕັກນິກ​ເທົ່າ​ນັ້ນ ​ແຕ່​ໄດ້​ສະ​ແດງ​ໃຫ້​ເຫັນ​ລັກສະນະ​ອັນສູງ​ສົ່ງ​ກ່ຽວ​ກັບ​ຄວາມ​ຕັດສິນ​ໃຈ ​ແລະ ໜ້າ​ທີ່​ຮັບຜິ​ດຊອບ​ຂອງ​ຫວຽດນາມ ​ໃນ​ການ​ເຂົ້າຮ່ວມ​ການ​ຮັກ​ສາ​ສັນຕິພາບ​ສະຫະ​ປະຊາ​ຊາດ. ພົນ​ໂທ ຫງວຽນ​ຈິ​ວິ້ງ ​ໃຫ້​ຮູ້​ວ່າ.

        “​ໃນ​ໄລຍະ​ທີ່​ເຂົ້າ​ຮ່ວມ​ການ​ຮັກສາ​ສັນ​ຕິ​ພາບ​ຜ່ານ​ມາ, ພວກ​ຂ້າພະ​ເຈົ້າ​​​ເຂົ້າ​ໃຈ​ໄດ້​ວ່າ ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ຫຍຸ້ງຍາກ. ສິ່ງ​ທ່ີ​ພວກ​ຂ້າພະ​ເຈົ້າ​ຕ້ອງການ​ທີ່​ສຸດ​ນັ້ນແມ່ນ​ບັນດາ​ບົດຮຽນ, ​ເຕັກນິກ, ຄວາມ​ຈຳ​ເປັນ​ເພື່ອ​ກະ​ກຽ​ມ​ໃຫ້​ກຳລັງ​ທະຫານ​ຂອງ​ພວກ​ຂ້າພະ​ເຈົ້າຜັນ​ຂະຫຍາຍ​​ເມື່ອ​ເຂົ້າ​ຮ່ວມ​ກຳລັງ​ຕ່າງໆ​ຢູ່​ຕ່າງປະ​ເທດ. ສະ​ນັ້ນ, ດ້ວຍ​ການ​ໜູນ​ຊ່ວຍ​ຈາກ​ສະຫະ​ປະຊາ​ຊາດ, ຈາກບັນດາ​ປະ​ເທດ ທີ່​​​ແບ່ງປັນ​ບົດຮຽນ​ກັບ​ພວກ​ຂ້າພະ​ເຈົ້າ, ​ໄດ້​ຊ່ວຍ​ໃຫ້​ພວກ​ຂ້າພະ​ເຈົ້າ​ມີຄວາມ​ຮູ້​​ໃໝ່ຫຼາຍ​ຢ່າງກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ນີ້ ຄືດັ່ງກອງປະຊຸມ​​ໃນ​ມື້ນີ້​ແມ່ນ​ມີຄ​ວາ​ມຈຳ​ເປັນ​ທີ່​ສຸດ.”

          ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ ປະຈຳ​ຫວຽດນາມ Ted Osius ຖື​ວ່າ, ກອງ​ປະຊຸມ​ສຳ​ມະ​ນາ​ ​ແມ່ນ​ບາດ​ກ້າວ​ຕັ້ງໜ້າ ​ແລະ ສຳ​ຄັນອີກ​ອັນ​ໜ່ຶງ ​ເພື່ອ​ສະ​ແດງ​ຄວາມ​ຮັບ​ຮູ້​, ຄວາມຕັດສິນ​ໃຈ​ຂອງ​ຫວຽດນາມ ​ໃນ​ການ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງສະຫະ​ປະຊາ​ຊາດ​ຢ່າງ​ຄົບ​ຖ້ວນ​.


ຂ່າວ/ບົດ​ອື່ນ