ຫວຽດ​ນາມ​ຮູ້​ສຶກ​ຜິດ​ຫວັງ​ຕໍ່​ເລື່ອງ​ກະ​ຊວງ​ການ​ຄ້າ ອາ​ເມ​ລິ​ກາ ສືບ​ຕໍ່​ກຳ​ນົດ ຫວຽດ​ນາມ ແມ່ນ ​ພື້ນ​ຖານ​ເສດ​ຖະ​ກິດ​ປອດການ​ຕະຫຼາດ

(VOVWORLD) -  ໃນໄລຍະຜ່ານມາ, ບັນດາອົງການ, ວິສາຫະກິດ ຫວຽດນາມ ໄດ້ຕັ້ງໜ້າສົມທົບກັບກະຊວງການຄ້າ ອາເມລິກາ ສະໜອງເອກະສານຫຼາຍຢ່າງ ເພື່ອຢັ້ງຢືນເສດຖະກິດຫວຽດນາມ ຕອບສະໜອງໄດ້ 6 ມາດຖານຂອງເສດຖະກິດການຕະຫຼາດຢ່າງຄົບຖ້ວນຕາມຂໍ້ກຳນົດຂອງ ກົດໝາຍອາເມລິກາ. 
ຫວຽດ​ນາມ​ຮູ້​ສຶກ​ຜິດ​ຫວັງ​ຕໍ່​ເລື່ອງ​ກະ​ຊວງ​ການ​ຄ້າ ອາ​ເມ​ລິ​ກາ ສືບ​ຕໍ່​ກຳ​ນົດ ຫວຽດ​ນາມ ແມ່ນ ​ພື້ນ​ຖານ​ເສດ​ຖະ​ກິດ​ປອດການ​ຕະຫຼາດ - ảnh 1(ພາບປະກອບ: VOV)

ວັນທີ 3 ສິງຫາ, ໂດຍຕອບຄຳຖາມຂອງນັກຂ່າວ ໃຫ້ຮູ້ປະຕິກິລິຍາຂອງ ຫວຽດນາມ ຕໍ່ເລື່ອງກະຊວງການຄ້າ ອາເມລິກາ ສືບຕໍ່ກຳນົດຫວຽດນາມ ແມ່ນພື້ນຖານເສດຖະກິດປອດການຕະຫຼາດ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ: ຫວຽດນາມ ຮູ້ສຶກຜິດຫວັງຕໍ່ເລື່ອງກະຊວງການຄ້າ ອາເມລິກາ ສືບຕໍ່ກຳນົດຫວຽດນາມ ແມ່ນພື້ນຖານເສດຖະກິດປອດການຕະຫຼາດ. ຂໍ້ຕົກລົງນີ້ບໍ່ສ່ອງແສງຢ່າງຄົບຖວ້ນຄວາມມານະພະຍາຍາມ ແລະ ຜົນສຳເລັດອັນຍິ່ງໃຫຍ່ຂອງ ຫວຽດນາມ ໃນການສ້າງສາ ແລະ ພັດທະນາພື້ນຖານເສດຖະກິດການຕະຫຼາດ ໂດຍປະຊາຄົມສາກົນຮັບຮູ້.

ຕາມທ່ານນາງຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ແລ້ວ, ໃນໄລຍະຜ່ານມາ, ບັນດາອົງການ, ວິສາຫະກິດ ຫວຽດນາມ ໄດ້ຕັ້ງໜ້າສົມທົບກັບກະຊວງການຄ້າ ອາເມລິກາ ສະໜອງເອກະສານຫຼາຍຢ່າງ ເພື່ອຢັ້ງຢືນເສດຖະກິດຫວຽດນາມ ຕອບສະໜອງໄດ້ 6 ມາດຖານຂອງເສດຖະກິດການຕະຫຼາດຢ່າງຄົບຖ້ວນຕາມຂໍ້ກຳນົດຂອງ ກົດໝາຍອາເມລິກາ. ສິ່ງນີ້ກໍ່ໄດ້ຮັບການສະໜັບສະໜູນຈາກຫຼາຍສະມາຄົມ, ສະຫະພັນ, ວິສາຫະກິດ, ນັກຊ່ຽວຊານ ອາເມລິກາ ແລະ ສາກົນ. ໃນຕົວຈິງແລ້ວ, ມາຮອດປັດຈຸບັນ, ມີ 72 ປະເທດໄດ້ຢັ້ງຢືນຫວຽດນາມມີພື້ນຖານເສດຖະກິດການຕະຫຼາດ. ບັນດາອົງການຈັດຕັ້ງສາກົນ ລ້ວນແຕ່ຢັ້ງຢືນບັນດາບາດກ້າວກະໂດດຂັ້ນຂອງພື້ນຖານເສດຖະກິດຫວຽດນາມ. ພ້ອມທັງ, ຫວຽດນາມໄດ້ເຂົ້າຮ່ວມຫຼາຍສັນຍາການຄ້າເສລີ (FTA) ທີ່ມີຄຸນນະພາບສູງ.

ບົນຈິດໃຈການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ, ຫວຽດນາມສະເໜີອາເມລິກາ ສືບຕໍ່ປະຕິບັດຄຳໝັ້ນສັນຍາກ່ຽວກັບການສົມທົບກັນໃນວົງກ້ວາງ, ຢ່າງແຮງ, ມີລັກສະນະສ້າງສັນ ແລະ ມຸ່ງໄປເຖິງການຮັບຮູ້ຂໍ້ກຳນົດເສດຖະກິດການຕະຫຼາດຂອງ ຫວຽດນາມ ໂດຍໄວ. ບັນດາອົງການທີ່ກ່ຽວຂ້ອງຂອງ ຫວຽດນາມ ຈະສືບຕໍ່ສົມທົບກັບບັນດາຄູ່ຮ່ວມມືຂອງອາເມລິກາຢ່າງແໜ້ນແຟ້ນ ເພື່ອຮັບປະກັນການພົວພັນດ້ານເສດຖະກິດ, ການຄ້າສອງຝ່າຍສືບຕໍ່ພັດທະນາຢ່າງມີສະຖຽນລະພາບ, ກົມກຽວ, ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ວິສາຫະກິດ ແລະ ປະຊາຊົນສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ