ຫວຽດນາມແລະລາວເພີ່ມທະວີການຮ່ວມມືໃນທຸກຂົງເຂດ

ຫວຽດນາມແລະລາວເພີ່ມທະວີການຮ່ວມມືໃນທຸກຂົງເຂດ - ảnh 1
ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ
(ພາບ: TTXVN)

(vovworld) – ​​​​​​​ ​​ຕອ​ນ​ເຊົ້າ​ວັນ​ທີ 18/7, ຢູ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈືອ​ງ​ເຕີນ​ຊາງ ໄດ້​ໃຫ້​ການ​ຕ​້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ທອງ​ສິງ​ ທ​ຳ​ມະ​ວົງ, ພວມ​ຢູ່​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່ ຫວຽດ​ນາມ. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ເນັ້ນ​ໜັ​ກວ່າ: ຫວຽດ​ນາມ ແລະ ລາວ ແມ່ນ 2 ປະ​ເທດ​ມີ​ການ​ພົວ​ພັນ​ມິດ​ຕະ​ພາບ​ສາ​ມັກ​ຄີ​ແບບ​ພິ​ເສດ, ພັກ, ລັດ ແລະ ທ້ອງ​ຖິ່ນ​ຕ່າງໆ​ພ້ອມ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ພ້ອມ​ແລ້ວ​​ໜູນ​ຊ່ວຍ ແລະ ຮ່ວມ​ມື​ກັບ ລາວ ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ, ບ​ຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ.

        ກ່ອນ​ໜ້າ​ນັ້ນ, ໃນ​ການ​ເຈ​ລະ​ຈາ​ເມື່ອ​ຕອນ​ບ່າຍ​ວັນ​ທີ 17/7, ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ທອງ​ສິງ ທຳ​ມະ​ວົງ​ ​ຢືນຢັນ​ວ່າ: ໄລ​ຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຈະ​ສຸມ​ໃສ່​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ທີ່​ບັນ​ລຸ​ໄດ້​ໃນ​ການ​ພົບ​ປະ​ປະ​ຈຳ​ປີ​ລະ​ຫວ່າງ 2 ​ກົມ​ການ​ເມືອງຂອງ 2 ປະ​ເທດ​ໃນປີ 2015, ທີ່ກອງ​ປະ​ຊຸມ​ຄັ້ງ​ທີ 37 ຄະ​ນະ​ກ​ຳ​ມ​ງາ​ທິ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ກ່ຽວ​ກັບ​ການ​ຮ່ວມ​ມື 2 ຝ່າຍ ຫວຽດ​ນາມ - ລາວ ໃນ​ເດືອນ 1/2015 ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຜັນ​ຂະ​ຫຍາຍ​ໝາກ​ຜົນ​ຂອງ​ສັນ​ຍາ​ການ​ຄ້າ​ໃໝ່ ແລະ ສັນ​ຍາ​ການ​ຄ້າ​​ຊາຍ​ແດນ ຫວຽດ​ນາມ - ລາວ​, ຍູ້​ແຮງ​ການ​ແລກ​ປ່ຽນ​ກາ​ນ​ຄ້າ​ໃນ 6 ເດືອນ​ທ້າຍ​ປີ 2015, ສູ້ຊົນ​ປະ​ຕິ​ບັດ​​ຄາດ​ໝາຍ​ບັນ​ລຸ 2 ຕື້ USD ໃນ​ປີ 2015. 2 ຝ່າຍ​ພ້ອມ​ກັນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອ​ງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ຊາຍ​ແດນ, ຮ່ວມ​ມື​ກ່ຽວ​ກັບ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ… 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ຢູ່​ເວ​ທີ​ປາ​ໄສ ອາ​ຊຽນ, ພາກ​ພື້ນ ແລະ ສາ​ກົນ​ໃນ​ການ​ຊຸກ​ຍູ້​ແກ້​ໄຂ​ບັນ​ດາ​​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນ​ຕິ​ວິ​ທີ, ​ສອດ​ຄ່ອງກັບ​ກົດ​ໝາຍ​ສາ​ກົນ ແລະ ບັນ​ດາ​ຂໍ້​ຕົກ​ລົງ​ໃນ​ພາກ​ພື້ນ.


ຂ່າວ/ບົດ​ອື່ນ