ຫວຽດ​ນາມ ຍູ້​ແຮງ​ການ​ຮ່ວມ​ມື​ສາ​ກົນປັບ​ປຸງ​ການ​ບໍ​ລິ​ການ​ດ້ານ​ສາ​ທາ​ນະ​ລະ​ສຸກ​ໃຫ້​ແກ່​ແຮງ​ງານ​ອົບ​ພະ​ຍົບ

(VOVWORLD) -        ວັນທີ 18 ກັນຍາ, ຢູ່ຮ່າໂນ້ຍ, ກະຊວງສາທາລະນະສຸກ ແລະ ອົງການສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການເພີ່ມທະວີການຮ່ວມມື, ຍົກສູງສຸຂະພາບ, ຄຸນນະພາບຊີວິດການເປັນຢູ່ຂອງຊາວອົບພະຍົບ, ພ້ອມທັງໜູນຊ່ວຍຊາວອົບພະຍົບໄດ້ເຂົ້າເຖິງບັນດາລະບົບ, ນະໂຍບາຍດ້ານສາທາລະນະສຸກແຫ່ງຊາດ.
ຫວຽດ​ນາມ ຍູ້​ແຮງ​ການ​ຮ່ວມ​ມື​ສາ​ກົນປັບ​ປຸງ​ການ​ບໍ​ລິ​ການ​ດ້ານ​ສາ​ທາ​ນະ​ລະ​ສຸກ​ໃຫ້​ແກ່​ແຮງ​ງານ​ອົບ​ພະ​ຍົບ - ảnh 1ພິທີລົງນາມ (ພາບ: IOM)

ພິທີລົງນາມໄດ້ເປັນຂີດໝາຍແກ່ບາດກ້າວພັດທະນາໃໝ່ໃນການພົວພັນຮ່ວມມືລະຫວ່າງກະຊວງສາທາລະນະສຸກ ຫວຽດນາມ ກັບ ສປຊ ເວົ້າລວມ ແລະ ອົງການ IOM ເວົ້າສະເພາະ ເພື່ອແນໃສ່ເພີ່ມທະວີຍົກສູງການຮັກສາສຸຂະພາບໃຫ້ແກ່ປະຊາຊົນໃນສະພາບການໃໝ່. ທ່ານນາງ Park Mi- Hyung, ຫົວໜ້າຄະນະຜູ້ຕາງໜ້າອົງການ IOM ປະຈຳ ຫວຽດນາມ ເນັ້ນໜັກວ່າ:

        “ບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງ IOM  ແລະ ກະຊວງສາທາລະນະສຸກ ທີ່ລົງນາມໃນມື້ນີ້ ໄດ້ຍົກອອກຂອບເຂດການຮ່ວມມືເພື່ອແນໃສ່ເພີ່ມທະວີການພົວພັນຄູ່ຮ່ວມມືໃນຂົງເຂດສາທາລະນະສຸກ ລະຫວ່າງສອງອົງການ. ໂດຍແມ່ນອົງການແຖວໜ້າຂອງ ສປຊ ກ່ຽວກັບການອົບພະຍົບທີ່ປອດໄພ, ອົງການ IOM ໃຫ້ຄຳໝັ້ນສັນຍາ ຈະຮ່ວມມືຍາວນານ ແລະ ມີຍຸດທະສາດກັບລັດຖະບານ ຫວຽດນາມ, ພິເສດແມ່ນກະຊວງສາທາລະນະສຸກ ເພື່ອຮັບປະກັນສຸຂະພາບ ແລະ ຄຸນນະພາບການດຳລົງຊີວິດໃຫ້ແກ່ປະຊາຊົນທຸກຄົນ, ລວມທັງຜູ້ອົບພະຍົບ. ພວກຂ້າພະເຈົ້າມີຄວາມປາດຖະໜາຢາກປັບປຸງການຮ່ວມມືລະຫວ່າງສອງຝ່າຍໃຫ້ແໜ້ນແຟ້ນກວ່າເກົ່າ”.

ມາຍລຽນ


ຕອບກັບ

ຂ່າວ/ບົດ​ອື່ນ