ອິດ​ສະ​ລາ​ແອັນ ບຸກ​ໂຈມ​ຕີ ທາງ​ອາ​ກາດ​ເລັ່ງ​ໃສ່​ພື້ນ​ຖານ​ໂຄງ​ລ່າງ​ຂອງ Hezbollah ຢູ່​ທາງ​ພາກ​ໃຕ້ ລີ​ບັງ

(VOVWORLD) - ກອງທັບ ອິດສະລາແອັນ ໃຫ້ຮູ້ວ່າ ກຳລັງນີ້ໄດ້ປະຕິບັດບັນດາການບຸກໂຈມຕີ ແລະ ປຶນໃຫຍ່ທາງອາກາດເລັ່ງໃສ່ 6 ພື້ນຖານໂຄງລ່າງ ແລະ ຮາກຖານບັນຈຸ ອາວຸດ ຈຳນວນໜຶ່ງຂອງກຳລັງ Hezbollah ຢູ່ພາກໃຕ້ ລີບັງ.
ອິດ​ສະ​ລາ​ແອັນ ບຸກ​ໂຈມ​ຕີ ທາງ​ອາ​ກາດ​ເລັ່ງ​ໃສ່​ພື້ນ​ຖານ​ໂຄງ​ລ່າງ​ຂອງ Hezbollah ຢູ່​ທາງ​ພາກ​ໃຕ້ ລີ​ບັງ - ảnh 1(ພາບ: THX/TTXVN)

ວັນທີ 19 ກັນຍາ, ກອງທັບ ອິດສະລາແອັນ ໃຫ້ຮູ້ວ່າ ກຳລັງນີ້ໄດ້ປະຕິບັດບັນດາການບຸກໂຈມຕີ ແລະ ປຶນໃຫຍ່ທາງອາກາດເລັ່ງໃສ່ 6 ພື້ນຖານໂຄງລ່າງ ແລະ ຮາກຖານບັນຈຸ ອາວຸດ ຈຳນວນໜຶ່ງຂອງກຳລັງ Hezbollah ຢູ່ພາກໃຕ້ ລີບັງ. ການກະທຳນີ້ເກີດຂຶ້ນພາຍຫຼັງບັນດາເຄື່ອງສົ່ງຂໍ້ຄວາມ ແລະ ເຄື່ອງໂຟນີ້ ລະເບີດຢູ່ລີບັງ ແລະ ຊີຣີ ເຮັດໃຫ້ຫຼາຍຄົນຖືກບາດເຈັບ ແລະ ເສຍຊີວິດ, ໃນນັ້ນມີສະມາຊິກຫຼາຍຄົນຂອງກຳລັງ Hezbollah.

ຕາມວົງການເຈົ້າໜ້າທີ່ ການແພດ ລີບັງແລ້ວ, ເຫດລະເບີດເຄື່ອງສົ່ງຂໍ້ຄວາມ ແລະ ເຄື່ອງໂຟນີ້ ໄດ້ເຮັດໃຫ້ ມີຜູ້ເສຍຊີວິດ 37 ຄົນໃນ 2 ວັນຜ່ານມາ, ໃນນັ້ນມີເດັກນ້ອຍ 2 ຄົນ ແລະ ເຮັດໃຫ້ມີຜູ້ຖືກບາດເຈັບກວ່າ 3000ຄົນ. ກຳລັງ Hezbollah ຖືວ່າ ອິດສະລາແອັນ ກໍ່ບັນດາເຫດລະເບີດນີ້, ພ້ອມທັງປະກາດຈະມີການໂຕ້ຕອບ. ພາຍຫຼັງເຫດລະເບີດເຄື່ອງສົ່ງຂໍ້ຄວາມ ແລະ ເຄື່ອງໂຟນີ້ ຢູ່ລີບັງ, ກຳລັງ Hezbollah ຖະແຫຼງໄດ້ບຸກໂຈມຕີດ້ວຍລູກຈະຫຼວດ ເລັ່ງໃສ່ບັນດາຖານທີ່ໝັ້ນຂອງອິດສະລາແອັນຢູ່ເຂດຕິດກັບຊາຍແດນຂອງລີບັງ.

ໃນຂະນະນັ້ນ, ຝ່າຍອິດສະລາແອັນ ຍັງບໍ່ທັນອອກສຽງຢ່າງເປັນທາງການກ່ຽວກັບເຫດລະເບີດນີ້. ເຖິງຢ່າງໃດກໍຕາມ, ວັນທີ 18 ກັນຍາ, ທ່ານ Yoav Gallant ລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະລາແອັນ ໄດ້ປະກາດວ່າ ຈຸດສຸມຂອງບັນດາການເຄື່ອນໄຫວທາງການທະຫານຂອງປະເທດນີ້ພວມຍ້າຍຈາກເຂດກາຊາ ໄປຍັງເຂດທາງທິດເໜືອອິດສະລາແອັນ, ພ້ອມທັງກ່າວເຕືອນວ່າ ໄລຍະໃໝ່ຂອງການເຄື່ອນໄຫວທາງການທະຫານໄດ້ເລີ່ມຕົ້ນແລ້ວ.

ໂດຍກ່ຽວຂ້ອງກັບບັນດາເຫດລະເບີດເຄື່ອງສົ່ງຂໍ້ຄວາມ ແລະ ເຄື່ອງໂຟນີ້, ວັນທີ 19 ກັນຍາ, ອຳນາດການປົກຄອງ ລີບັງ ໄດ້ປະກາດຫ້າມລູກຄ້າຖືເຄື່ອງສົ່ງຂໍ້ຄວາມ ແລະ ເຄື່ອງໂຟນີ້ ໃນບັນດາຖ້ຽວບິນຈາກສະໜາມບິນ Beirut. ບັນດາວັດຖຸອຸປະກອນນີ້ ກໍ່ຖືກຫ້າມໃນການຂົນສົ່ງທາງການບິນ.

ຕອບກັບ

ຂ່າວ/ບົດ​ອື່ນ