ອີຢູຮັບຮອງເອົາຍຸດທະສາດແກ້ໄຂວິກິດການຢູ່ຊີຣີ

ອີຢູຮັບຮອງເອົາຍຸດທະສາດແກ້ໄຂວິກິດການຢູ່ຊີຣີ - ảnh 1
ຂະ​ບວນ​ລົດ​ຂົນ​ສົ່ງ​ປະ​ຊາ​ຊົນ ຊີ​ຣີ ໄປ​ອົບ​ພະ​ຍົບ​ເຖິງ​ເທດ​ສະ​ບານ al-Bab, ທາງ​ພາກ​ເໜືອ ຊີ​ຣີ ໃນ​ວັນ​ທີ 19/3. 
(ພາບ:AFP/TTXVN)

(vovworld) - ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປ​ະ​ເທດ​ຂອງ 28 ປະ​ເທດ​ສະ​ມາ​ຊິກ​ສະ​ຫະ​ພາບ​ເອີ​ລົບ (ອີ​ຢູ) ຫາ​ກໍ່​ຮັບ​ຮອງ​ເອົາ​ຍຸດ​ທະ​ສາດ​ແກ້​ໄຂ​ສົງ​ຄາມ​ກາງ​ເມືອງຢູ່ ຊີ​ຣີ. ນີ້​ແມ່ນ​ເນື້ອ​ໃນ​ຖະ​ແຫຼງ​ການ​ຂອງ​ສະ​ພາ​ລັດ​ຖະ​ມົນ​ຕ​ີ​ການ​ຕ່າງ​ປະ​ເທ​ດ ອີ​ຢູ ໃນ​ກອງ​ປະ​ຊຸມຈັດ​ຕັ້ງ​ເມື່ອ​ວັນ​ທີ 3/4 ຢູ່ Luxembourg. ຍຸດ​ທະ​ສາດ​ຂອງ ອີ​ຢູ ສ​ຸມ​ໃສ່ 6 ໜ້າ​ທີ່ຫຼັກ​ແຫຼ່ງ. ນອກນັ້ນ, ສະ​ພາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທ​ດ ອີ​ຢູ ກໍ່​ຮັບ​ຮອງ​ເອົາ​ບັນ​ດາ​ຂໍ້​ກຳ​ນົດ​ໃໝ່​ເພື່ອ​ແນ​ໃສ່​ສະ​ກັດ​ກັ້ນ​ເລື່ອງສົ່ງ​ອອກ​ໂລ​ຫະ 4 ປະ​ເພດ ເພື່ອ​ມີແຫຼ່ງ​ການ​ເງິນ​ໃຫ້​ແກ່​ບັນ​ດາ​ການ​ປະ​ທ​ະ​ກັນ​. ຂໍ​້​ຕົກ​ລົງ​ນີ້​ຄວ​ນ​ໄດ້​ນຳ​ເຂົ້າ​ສູ່​ການ​ປະ​ຕິ​ບັດ​ນັບ​ແຕ່​ເດືອນ 1/2021. ຄຽງ​ຄູ່​ກັນ​ນັ້ນ, ຖະ​ແຫຼງ​ການ​ດັ່ງ​ກ່າວກໍ່​ຊີ້​ແຈ້ງ​ວ່າ​ອີ​ຢູ ກຽມ​ພ້ອມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ວິ​ວັດ​ການ​ຟື້ນ​ຟ​ູ​ຊີ​ຣີ ​ພຽງແຕ່​ພາຍຫຼັງ​ປະ​ເທດ ຕາ​ເວັນ​ອອກກ​າງນີ້​ເລີ່ມ​ດຳ​ເນີນ​ວິ​ວັດ​ການມອບ​ໂອນ​ການ​ເມືອງ.


ຂ່າວ/ບົດ​ອື່ນ