ຮອງປະທານປະເທດ ດັ້ງທິງອັກທິ້ງ ເຂົ້າຮ່ວມພິທີ 70 ປີແຫ່ງວັນລຸງໂຮ່ ຮຽກຮ້ອງແຂ່ງຂັນຮັກຊາດຢູ່ແຂວງ ຢາລາຍ

(VOVWORLD) - ກ່າວຄຳເຫັນທີ່ພິທີ, ທ່ານນາງຮອງປະທານປະເທດດັ້ງທິງອັກທິ້ງ ໄດ້ຍ້ອງຍໍຊົມເຊີຍບັນດາຄວາມມານະພະຍາຍາມ, ອົດທົນຂອງຄະນະພັກ...
ຮອງປະທານປະເທດ ດັ້ງທິງອັກທິ້ງ ເຂົ້າຮ່ວມພິທີ 70 ປີແຫ່ງວັນລຸງໂຮ່ ຮຽກຮ້ອງແຂ່ງຂັນຮັກຊາດຢູ່ແຂວງ ຢາລາຍ - ảnh 1ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ທີ່ພິທີ

ວັນທີ 9 ມິຖຸນາ, ຢູ່ແຂວງ ຢາລາຍ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີແຫ່ງວັນລຸງໂຮ່ ອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ; ມອບ, ປະດັບຫຼຽນນາມມະຍົດ ວິລະຊົນໃຫ້ກຳລັງປະກອບອາວຸດ ປະຊາຊົນໜຶ່ງຄະນະ ແລະ ໜຶ່ງບຸກຄົນ; ມອບນາມມະຍົດແມ່ ຫວຽດນາມ ວິລະຊົນ ໃຫ້ແມ່ ຫວຽດນາມ 6 ຄົນ ແລະ ຫຼຽນໄຊແຮງງານ, ທຸງແຂ່ງຂັນຂອງລັດຖະບານໃຫ້ 9 ໝູ່ຄະນະ, ບຸກຄົນມີຜົນງານດີເດັ່ນໃນຂະບວນການແຂ່ງຂັນຂອງແຂວງ ຢາລາຍ.

        ກ່າວຄຳເຫັນທີ່ພິທີ, ທ່ານນາງຮອງປະທານປະເທດດັ້ງທິງອັກທິ້ງ ໄດ້ຍ້ອງຍໍຊົມເຊີຍບັນດາຄວາມມານະພະຍາຍາມ, ອົດທົນຂອງຄະນະພັກ, ອຳນາດການປົກຄອງ, ກອງທັບ ແລະ ປະຊາຊົນແຂວງ ຢາລາຍ ໃນການພັດທະນາເສດຖະກິດ - ສັງຄົມ, ພິເສດແມ່ນບັນດາຄາດໝາຍກ່ຽວກັບການພັດທະນາເສດຖະກິດ, ຂະບວນການແຂ່ງຂັນຮັກຊາດ, ທະວີຄູນບັນດາແບບຢ່າງດີເດັ່ນ, ກໍ່ສ້າງຊົນນະບົດໃໝ່, ຫລຸດຜ່ອນຄວາມທຸກຍາກແບບຍືນຍົງ…

ຕອບກັບ

ຂ່າວ/ບົດ​ອື່ນ