ເຊີດຊູນັກຮຽນ27ຄົນເຊິ່ງແມ່ນທູດວັດທະນະທຳການອ່ານຂອງນະຄອນຫຼວງ

ເຊີດຊູນັກຮຽນ27ຄົນເຊິ່ງແມ່ນທູດວັດທະນະທຳການອ່ານຂອງນະຄອນຫຼວງ - ảnh 1
ການມອບ​ລາງວັນເປັນທູດ​ວັ​ດ​ທະ​ນະ​ທຳ​ການ​ອ່ານ​​

(vovworld) – ​ ​​​ນັກ​ຮຽ​ນດີ​ເດັ່ນ 27 ຄົນ​ຂອງ​ບັນ​ດາ​ໂຮງ​ຮຽນ​​ປະ​ຖົມ, ມັດ​ທະ​ຍົມ​ຕອນ​ຕົ້ນຢູ່​ນະ​ຄອນຫຼວງ ຮ່າ​ໂນ້ຍ ທີ່​ຫ​າກໍ່​ໄດ້​ຮັບ​ການ​ຍ້ອນ​ເປັນ​​ທູດ​ວັ​ດ​ທະ​ນະ​ທຳ​ການ​ອ່ານ​​ຂອງ​ນະ​ຄອນຫຼວງ​ຈາກ​ພະ​ແນກຖະ​ແຫຼງ​ຂ່າວ ແລະ ສື່​ສານ, ພະ​ແນກ​ການ​ສຶກ​ສາ​ແລະ ບ​ຳ​ລຸງ​ສ້າງ. ພິ​ທີ​ມອບ​ລາງວັນ​ໄດ້​ຮັບ​ກາ​ນ​ຈ​ັດ​ຕັ້ງ​ໃນ​ວັນ​ທີ 9/10 ໃນ​ຂອບ​ເຂດ​ງາ​ນ​ບຸນ​ປື້ມ ຮ່າ​ໂນ້ຍ ປີ 2016.  ພາຍຫຼັງ​ປຸ​ກ​ລະ​ດົມ​ເປັນ​ເວ​ລາກ່​ວາ 3 ເດືອນ, ນັກ​ຮຽນ​ ຮ່າ​ໂນ້ຍ ກ່​ວາ 10.000 ໄດ້​ເຂົ້າ​ຮ່ວມ​ການ​ເສັງຊອ​ກ​ຮູ້​​ທູດ​ການ​ອ່ານ​ ນະ​ຄອນຫຼວງ ຢູ່​ຂັ້ນ​ໂຮງ​ຮຽນ, ນັ້ນ​ຮາກ​ຖານ. ນ້ອງ​ຫງວຽນ​ວັນ​ຖູ່ຍ​ລີງ, ນັກ​ຮຽນ ມ4, ໂຮງ​ຮຽນ​ມັດ​ທະ​ຍົມ​ຕອນ​ຕົ້ນ ໂງ​ສີ​ລຽນ, ເມືອງ ຮ່​ວານ​ກ໋ຽມ, ຮ່າ​ໂນ້ຍ, ຜູ້ຍາດ​ໄດ້​ລາງວັນ​​ທູດ​ວັດ​ທະ​ນະ​ທຳ​ການ​ອ່ານ​ດີ​ເດັ່ນ​ຂອງນ​ະ​ຄອນຫຼວງ ປີ 2016, ໃຫ້​ຮູ້​ວ່າ:

        “ນ້ອງ​ມີຫຼາຍ​ແນວ​ຄວາມ​ຄິດ​ຢາກແບ່ງ​ປັນ. ຕົວ​ຢ່າງ​ຄື​ໃນ​ປະ​ຈຸ​ບັນ, ຢູ່​​ຕາມຖະ​ໜົນ​ຍ່າງ ຢູ່ ໂຮ່​ເກືອມ ຈະ​​ມີ​ຮ້ານວາງ​ສະ​ແດງ​ປື້ມ​​ຈຳ​ນວນ​ໜຶ່ງເພື່ອ​ໃຫ້​ທຸກ​ຄົນ​ສາ​ມາ​ດ​ອ່​ານ ແລະ ແບ່ງ​ປັນ ກໍ່​ຄື​ແລກ​ປ່ຽນ​ປື້ມ​ນຳ​ກັນ. ນອກ​ຈາກນັ້ນ, ນ້ອງ​ຍັງ​ມີ​ແນວ​ຄວາມ​ຄິດ​ອື່ນໆ​ຄື: ຢູ່​ແຕ່​ລະ​​ເນດ​ຊຸມ​ຊົນ​ກໍ່​ຄວນ​ມີ​​ເຂດວາງ​ສະ​ແດງ​ປື້ມ​ສຳ​ລັບ​ເດັກ​ນ້ອຍ ຫຼືວ່າ ຍາມ​ຮຽນ​ປະ​ຫ​ວັດ​ສາດ, ພຸມ​ສາດ… ຄວນ​​ນຳ​ເອົາ​ບັນ​ດາ​ປື້ມ​ທີ່​ຕົນ​ເຫັນ​ມ່ວນ ແລະ ກ່ຽວ​ຂ້ອງ​ເຖິງ​ເນື້ອ​ໃນ​ການ​ຮຽນ​​ມາ​ແລກ​ປ່ຽນ​ຄວາມ​ຮູ້​​ນຳ​ກັນຕື່ມ​ອີກ.”


ຂ່າວ/ບົດ​ອື່ນ