ເລຂາທິການໃຫຍ່,ປະທານປະເທດຫງວຽນຟູຈ້ອງຕ້ອນຮັບຄະນະຜູ້ແທນກະຊວງບັນດາກຳລັງປະກອບອາວຸດປະຕິບັດກູບາ

(VOVWORLD) -ຕອນບ່າຍວັນທີ 26 ພະຈິກ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນກະຊວງບັນດາກຳລັງປະກອບອາວຸດປະຕິວັດກູບາ (FAR) ໂດຍພົນໂທ Leopoldo Cintra Frias, ລັດຖະມົນຕີກະຊວງບັນດາກຳລັງປະກອບອາວຸດປະຕິວັດກູບາ ນຳໜ້າ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ເລຂາທິການໃຫຍ່,ປະທານປະເທດຫງວຽນຟູຈ້ອງຕ້ອນຮັບຄະນະຜູ້ແທນກະຊວງບັນດາກຳລັງປະກອບອາວຸດປະຕິບັດກູບາ - ảnh 1 (ທ່ານເລຂາທິການໃຫຍ່,ປະທານປະເທດຫງວຽນຟູຈ້ອງ

ຕ້ອນຮັບຄະນະຜູ້ແທນກະຊວງບັນດາກຳລັງປະກອບອາວຸດປະຕິບັດກູບາ)

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູຈ້ອງ ຢືນຢັນວ່າ, ພັກ, ລັດຫວຽດນາມ ຈະສ້າງເງື່ອນໄຂສະດວກເພື່ອໃຫ້ການພົວພັນດ້ານປ້ອງກັນປະເທດຂອງ 2 ປະເທດສືບຕໍ່ເພີ່ມທະວີ ແລະ ພັດທະນາ ບົນພື້ນຖານບັນດາຂໍ້ຕົກລົງທີ່ໄດ້ຮັບການລົງນາມແລ້ວ, ຕັ້ງໜ້າປະກອບສ່ວນເຂົ້າໃນການຊຸກຍູ້ ແລະ ເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງ 2 ພັກ, 2 ລັດ ແລະ ກອງທັບ 2 ປະເທດຫວຽດນາມ - ກູບາ ເລິກເຊິ່ງກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ