ໄຂ​ກອງ​ປະ​ຊຸມ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດຄັ້ງ​ທີ 43

(VOVWORLD) -ຕາມແຈ້ງການຂອງຫ້ອງວ່າການສະພາແຫ່ງຊາດ, ກອງປະຊຸມຄະນະປະຈຳສະພາແຫ່ງຊາດຄັ້ງທີ 43 ຈະດຳເນີນໃນລະຫວ່າງວັນທີ 23 – 25 ມີນາຢູ່ຮ່າໂນ້ຍ.
ໄຂ​ກອງ​ປະ​ຊຸມ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດຄັ້ງ​ທີ 43 - ảnh 1ທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກິມເງິນກ່າວຄຳເຫັນໄຂກອງປະຊຸມຄະນະປະຈຳສະພາແຫ່ງຊາດຄັ້ງທີ 42 (ພາບ: TTXVN) 

ທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກິມເງິນພ້ອມກັບບັນດາທ່ານຮອງປະທານສະພາແຫ່ງຊາດປ່ຽນກັນເປັນປະທານຂອງກອງປະຊຸມ. ຕາມລາຍການຄາດຄະເນແລ້ວ, ໃນກອງປະຊຸມຄັ້ງນີ້ຄະນະປະຈຳສະພາແຫ່ງຊາດຈະຮັບຟັງທ່ານຫວູດຶກດາມຮອງນາຍົກລັດຖະມົນຕີຫວຽດນາມ, ຫົວໜ້າຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດ Covid – 19 ແຫ່ງຊາດລາຍງານກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19.

ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນໃສ່ບັນດາບັນຫາທີ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍ 6 ສະບັບ, ໃນນັ້ນມີຮ່າງກົດໝາຍວ່າດ້ວຍການລົງທຶນຕາມຮູບການຄູ່ຮ່ວມມືພາກລັດ - ເອກະຊົນ. ຄະນະປະຈຳສະພາແຫ່ງຊາດກໍ່ຈະປຶກສາຫາລື, ປະກອບຄຳເຫັນໃສ່ຫຼາຍບັນຫາເສດຖະກິດ - ສັງຄົມທີ່ສຳຄັນ.

ຕອບກັບ

ຂ່າວ/ບົດ​ອື່ນ