6 ເດືອນ​ຕົ້ນ​ປີ 2020, ແຂວງ​ນິງ​ບິ່ງ​ປ່ອຍ​ເງິນ​ໄດ້ 42% ​ຈຳ​ນວນເງິນ​ລົງ​ທຶນ​ສາ​ທາ​ລະ​ນະ

(VOVWORLD) -ຕອນເຊົ້າວັນທີ 12 ກໍລະກົດ, ຢູ່ນະຄອນນິງບິ່ງ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານການເຮັດວຽກກັບການນຳຫຼັກແຫຼ່ງແຂວງນິງບິ່ງ.
6 ເດືອນ​ຕົ້ນ​ປີ 2020, ແຂວງ​ນິງ​ບິ່ງ​ປ່ອຍ​ເງິນ​ໄດ້ 42% ​ຈຳ​ນວນເງິນ​ລົງ​ທຶນ​ສາ​ທາ​ລະ​ນະ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານການເຮັດວຽກກັບການນຳຫຼັກແຫຼ່ງແຂວງນິງບິ່ງ (ພາບ:  VGP)

         ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ຊີ້ແຈ້ງວ່າ ນີ້ແມ່ນການລົງກວດກາລະດັບຄວາມຄືບໜ້າການປ່ອຍເງິນລົງທຶນສາທາລະນະເທື່ອທຳອິດຂອງທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະປະຕິບັດງານຢູ່ແຂວງນິງບິ່ງ. ດັ່ງນັ້ນ, ທ່ານນາຍົກລັດຖະມົນຕີໄດ້ສະເໜີການນຳແຂວງ ຕ້ອງໃຫ້ຄຳໝັ້ນສັນຍາລະອຽດກ່ຽວກັບການປ່ອຍເງິນລົງທຶນສາທາລະນະ. ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ໄດ້ຕີລາຄາສູງແຂວງ ນິງບິ່ງ ໄດ້ມີບັນດາບົດຮຽນໃນການປ່ອຍເງິນລົງທຶນສາທາລະນະ, ມີຫຼາຍມາດຕະການປະຕິບັດຢ່າງຂ້ຽວຂາດ, ເປັນເຈົ້າການໃນການບຸກເບີກພື້ນທີ່, ຜູກຮັດຄວາມຮັບຜິດຊອບກັບການນຳຂັ້ນແຂວງ, ນະຄອນ, ຊ່ວຍວຽກງານບຸກເບີກພື້ນທີ່ວ່ອງໄວກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ